ຊຸກຍູ້ບົດບາດໃຈກາງຂອງອາຊຽນໃນບັນດາການເຊື່ອມຕໍ່ເສດຖະກິດສາກົນ

(VOVWORLD) -ທ່ານຮອງສາດສະດາຈານ Sanae Suzuki,  ຕີລາຄາສູງບົດບາດຮ່ວມມືກັບບັນດາປະເທດຢູ່ພາກພື້ນ ອາຊຽນ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ ເພື່ອເປົ້າໝາຍຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ມຸ່ງໄປເຖິງຜົນປະໂຫຍດຂອງປະຊາຊົນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ.

ວັນທີ 16 ສິງຫາ, ຢູ່ ຮ່າໂນ້ຍ, ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ ສົມທົບກັບສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ຈັດກອງປະຊຸມສຳມະນາສາກົນ “ບົດບາດ ແລະ ແງ່ຫວັງຂອງ ອາຊຽນ ໃນສະພາບພາກພື້ນ ແລະ ສາກົນມີການຜັນປ່ຽນຫຼາຍຢ່າງຄືໃນປະຈຸບັນ”. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງສາດສະດາຈານ Sanae Suzuki, ນັກຊ່ຽວຊານຂະແໜງພົວພັນສາກົນ, ມະຫາວິທະຍາໄລ ໂຕກຽວ, ຕີລາຄາສູງບົດບາດຮ່ວມມືກັບບັນດາປະເທດຢູ່ພາກພື້ນ ອາຊຽນ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ ເພື່ອເປົ້າໝາຍຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ມຸ່ງໄປເຖິງຜົນປະໂຫຍດຂອງປະຊາຊົນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ. ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານໄດ້ປຶກສາຫາລືກ່ຽວກັບ: ຄວາມໝາຍ ແລະ ຜົນກະທົບຂອງເລື່ອງ ຮັກສາບົດບາດໃຈກາງຂອງ ອາຊຽນ ດ້ວຍການປະຕິບັດຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງຂອງ ຍີ່ປຸ່ນ ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ; ບົດບາດຂອງຍຸດທະສາດມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງໃນການໜູນຊ່ວຍບັນດາປະເທດ ອາຊຽນ ຍົກສູງຄວາມເປັນເຈົ້າຕົນເອງທາງດ້ານຍຸດທະສາດ ແລະ ກຳລັງຕ້ານທານທາງດ້ານເສດຖະກິດ; ການຮ່ວມມື ຫວຽດນາມ - ຍີ່ປຸ່ນ ໃນຂອບເຂດຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ ເພື່ອການພັດທະນາສັນຕິພາບ, ວັດທະນາຖາວອນ, ກວມລວມ ໃນສະພາບສາກົນໃໝ່.

        ໃນວັນດຽວກັນ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ເປັນປະທານພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ, ດ້ວຍການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ/ອຸປະທູດຊົ່ວຄາວຂອງ 10 ປະເທດສະມາຊິກ ອາຊຽນ ປະຈຳ ໂຕກຽວ.

ຕອບກັບ

ຂ່າວ/ບົດ​ອື່ນ