ຊຸກຍູ້ບັນດາການ ເຄື່ອນໄຫວພົວພັນ ແລກປ່ຽນ ຫວຽດນາມ - ອາເມລິກາ

ຊຸກຍູ້ບັນດາການ ເຄື່ອນໄຫວພົວພັນ ແລກປ່ຽນ ຫວຽດນາມ - ອາເມລິກາ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 25/04, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ເຕີມ​ຈ໋ຽນ, ຜູ້ຕາງ​ໜ້າ​ສະມາຄົມ​ຫວຽດນາມ - ອາ​ເມ​ລິ​ກາ ​ແລະ ສະຫະ​ສະມາຄົມ​ແມ່​ຍິງ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ຄະນະ​ຜູ້​ຊ່ວຍວຽກ​ສະມາຊິກ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ເນື່ອງ​ໃນ​ໂອກາດ​ຄະນະ​ມາ​ຢ້ຽມຢາມ​ຫວຽດນາມ ​ແຕ່​ວັນ​ທີ 16 – 26/04, ​ເພື່ອແນ​ໃສ່ຊອກ​ຮູ້​ສະພາບ​ເສດຖະກິດ, ການ​ເມືອງສັງຄົມ, ປະ​ເທດຊາດ ​ແລະ ຊາວ​ຫວຽດນາມ.

        ທ່ານ ຫງວຽນ​ເຕີມ​ຈ໋ຽນ, ຜູ້ຕາງ​ໜ້າ​ສະມາຄົມ​ຫວຽດນາມ - ອາ​ເມ​ລິ​ກາ ​ໄດ້​​ແນະນຳ​ໃຫ້ຄະນະ​ຜູ້​ຊ່ວຍວຽກ​ສະມາຊິກ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຮັບ​ຊາບ​ກ່ຽວ​ກັບ​ສະພາບ​ການ​ຫວຽດນາມ ​ໃນ​ປະຈຸ​ບັນ, ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ຫວຽດນາມ - ອາ​ເມ​ລິ​ກາ ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​​ເວົ້າລວມ, ປະຊາຊົນ​ອາ​ເມ​ລິ​ກາ ​​ເວົ້າສະ​ເພາະ.

        ບັນດາ​ສະມາຊິກ​ໃນຄະນະ​ຜູ້​ຊ່ວຍວຽກ​ສະມາຊິກ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຖື​ວ່າ, ຫວຽ​ດນາມ ​ແລະ ອາ​ເມ​ລິ​ກາ ຄວນ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນ​ມີ​​ເສດຖະກິດ, ການ​ຄ້າ ​ເພື່ອ​​ໃຫ້​ບັນດາ​ການ​ຮ່ວມ​ມື​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ. ບັນດາ​ສະມາຊິກ​ກໍ່​ຢືນຢັນ​ວ່າ ​ເມື່ອ​ກັບ​ເມືອ​ປະ​ເທດ ຈະ​ປຶກສາ​ເພື່ອ​ໃຫ້​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ເອົາ​ໃຈ​ໃສ່​ເຖິງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ຫວຽດນາມ ກວ່າ; ສືບ​ຕໍ່​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ​ເພື່ອ​ແນ​ໃສ່​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​​​ເຂົ້າ​ໃຈ, ກໍ່​ຄື​ເປີດ​ບັນດາ​ກາລະ​ໂອກາດ​ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ.

ຂ່າວ/ບົດ​ອື່ນ