ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ

(VOVWORLD) -ຕອນເຊົ້າວັນທີ 10 ມິຖຸນາ, ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການເຈລະຈາທາງໂທລະສັບ ກັບທ່ານ Nishida Yasimonri ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ
ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ - ảnh 1ການເຈລະຈາທາງໂທລະສັບລະຫວ່າງທ່ານພົນໂທຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມກັບທ່ານ Nishida Yasimonri ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ (ພາບ: qdnd.vn)

ການເຈລະຈາທາງໂທລະສັບເພື່ອແນໃສ່ສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນພາຍຫຼັງ ຄວບຄຸມ ໂລກລະບາດ Covid  - 19. ສອງຝ່າຍໄດ້ພ້ອມກັນແບ່ງປັນຂໍ້ມູນຂ່າວສານ, ສະພາບການປ້ອງກັນ, ຕ້ານໂລກລະບາດ Covid – 19 ຢູ່ທັງສອງປະເທດ, ສອງກອງທັບ, ພ້ອມທັງແລກປ່ຽນກ່ຽວກັບສະພາບການໃນພາກພື້ນ ແລະ ໂລກ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ຕາມທ່ານ Nishida Yasimonri ແລ້ວ, ໃນໄລຍະທີ່ຜ່ານມາ ໄດ້ເກີດມີການກະທຳຈຳນວນໜຶ່ງທີ່ກໍ່ຄວາມເຄັ່ງຕຶງ, ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ຍີ່ປຸ່ນເດັດດຽວຄັດຄ້ານບັນດາການກະທຳ ນີ້.

        ສ່ວນທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມໃຫ້ຮູ້ວ່າ ທີ່ກອງປະຊຸມ ເຈົ້າໜ້າທີ່ອາວຸໂສດ້ານປ້ອງກັນຊາດ ຂັ້ນສູງ ອາຊຽນ (ADSOM) ທາງອອນລາຍທີ່ຫາກໍ່ໄດ້ຈັດຂຶ້ນຫວ່າງມໍ່ໆມານີ້, ບັນດາປະເທດອາຊຽນໄດ້ເຫັນດີເປັນເອກະພາບຄວາມຮັບຮູ້ 2 ຢ່າງ. ທີໜຶ່ງແມ່ນ, ເຖິງວ່າໂລກບະບາດ Covid – 19 ຍັງມີການຜັນແປຢ່າງສັບສົນກໍ່ຕາມ ແຕ່ກໍ່ບໍ່ປະໃຫ້ໂລກລະບາດ Covid – 19 ເຮັດໃຫ້ປະຊາຄົມໃນພາກພື້ນ ແລະ ສາກົນ ບໍ່ສົນໃຈເຖິງບັນດາສິ່ງທ້າທາຍຄວາມໝັ້ນຄົງທີ່ມີຢູ່ແລ້ວຄື: ຄວາມໝັ້ນຄົງທາງອິນເຕີແນັດ, ຄວາມໝັ້ນຄົງທາງສິ່ງແວດລ້ອມ…ທີ 2 ແມ່ນ, ເພື່ອສັນຕິພາບ ແລະ ສະຖຽນລະພາບ ແຕ່ລະປະເທດບໍ່ຄວນມີການກະທຳ ພຽງແຕ່ຝ່າຍດຽວ, ບໍ່ຫັນເປັນການທະຫານ ແລະ ເຄົາລົບກົດໝາຍສາກົນ. ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມແມ່ນ ບັນດາຂໍ້ຂັດແຍ່ງ, ຄວາມບໍ່ລົງລອຍກັນຕ້ອງໄດ້ແກ້ໄຂໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ແລະ ບັນດາສົນທິສັນຍາຂອງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ