ຊຸກຍູ້ບັນດາຂໍ້ລິເລີ່ມອະນຸລັກຮັກສາ, ສຶກສາ ແລະ ປົກປັກຮັກສາສິ່ງແວດລ້ອມອ່າວຮ້າລອງ

ຊຸກຍູ້ບັນດາຂໍ້ລິເລີ່ມອະນຸລັກຮັກສາ, ສຶກສາ ແລະ ປົກປັກຮັກສາສິ່ງແວດລ້ອມອ່າວຮ້າລອງ - ảnh 1
ຊຸກຍູ້ບັນດາຂໍ້ລິເລີ່ມອະນຸລັກຮັກສາ, ສຶກສາ ແລະ
ປົກປັກຮັກສາສິ່ງແວດລ້ອມອ່າວຮ້າລອງ

(vovworld) -  ຕອນ​ເຊົ້າ​ວັນ​ທີ 10/01 ຢູ່​ແຂວງ ກວາງນິງ ​ໄດ້​ດຳ​ເນີນ​ລາຍການ “ຊຸກຍູ້​ບັນດາ​ຂໍ້​ລິ​ເລີ່​ມອະນຸລັກ​ຮັກສາ, ສຶກສາ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ອ່າວ​ຮ້າ​ລອງ”. ​ເຫດການ​ນີ້ ນອນ​ໃນ​ຂອບ​ເຂດ​ໂຄງການ “ຂໍ້​ລິ​ເລີ່​ມພັນທະ​ມິດ​ອ່າວ ຮ້າ​ລອງ - ກາດ​ບາ”, ຊຸກຍູ້​ຂະ​ບວນການ​ປະດິດ​ສ້າງບັນດາ​ແນວ​ຄວາມ​ຄິດ​ຂອງ​ປະຊາ​ຄົມ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ພັດທະນາ ອ່າວ​ຮ້າ​ລອງ ​​ໃຫ້​ໝັ້ນຄົງ. ​ໂຄງການ “ຂໍ້​ລິ​ເລີ່​ມພັນທະ​ມິດ ຮ້າ​ລອງ - ກາດ​ບາ ​ເພື່ອ​ແນ​ໃສ່​ຊຸກຍູ້​ອົງການຈັດ​ຕັ້ງ​ທ້ອງ​ຖິ່ນ ​ແລະ ປະຊາ​ຄົມ” ​ໂດຍ​ສູນ MCD ​ແລະ ບັນດາ​ຄູ່​ຮ່ວມ​ມື​ຢູ່​ແຂວງ ກວາງ​ນິງ ສົມທົບ​ກັນ​ຜັນ​ຂະຫຍາຍ​ແຕ່​ປີ 2014. ທ່ານ ດັ້ງ​ຮູ​ຍ​ເຮົ້າ ຮອງ​ປະທານ​ຜູ້​ປະຈການຳ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນິງ ຖື​ວ່າ:

        “ພວກ​ເຮົາ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​ ຍ້ອນ​ໄດ້​ເຫັນ​ປະຈັກ​ຕາ​ເຫດການ​ທີ່​ມີ​ຄວາມ​ໝາຍ​ຢ່າງ​ໃຫຍ່​ຫລວງ ນັ້ນ​ແມ່ນ​ພັນ​ທະ​ມິດ ກາດ​ບາ - ຮ້າ​ລອງ ດ້ວຍ​ເປົ້າ​ໝາຍ ​ເພື່ອ​ແນ​ໃສ່​ປັບປຸງ​ສະພາບ​ແວດ​ລ້ອມ ອ່າວ​ຮ້າ​ລອງ ​ແນ​ໃສ່ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ເທື່ອ​ລະ​ກ້າວ, ພິ​ເສດ​ແມ່ນ ຄວາມ​ຕ້ອງການ​ໄປ​ທັດສະນະ​ສຶກສາ ​ແລະ ທ່ອງ​ທ່ຽວ​ຂອງ​ປະຊາຊົນ​ພາຍ​ໃນ​ປະ​ເທດ ​ແລ​ະ ສາກົນ. ນີ້​​ແມ່ນ​ລານກາ​ນ​​ເປີດ​ສາກ​ໃຫ້​ບັນດາ​ເຫດການ​ລາຍການ​ຕໍ່​ໄປ ​ເພື່​ອປົກ​ປັກ​ຮັກສາ​ທັດສະນີ​ຍະ​ພາບ​ອ່າວ ຮ້າ​ລອງ.

 

ຂ່າວ/ບົດ​ອື່ນ