ຊຸກ​ຍູ້​ມາດ​ຕະ​ການ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຫວຽດ​ນາມ

(VOVWORLD) - ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຟື້ນຟູນະໂຍບາຍເຂົ້າ - ອອກເມືອງ ໄວທີ່ສຸດໃນໂລກ ແຕ່ວັນທີ 15 ມີນາ 2022 ດ້ວຍການຕໍ່ວີຊາ ແລະ ນະໂຍບາຍຍົກເວັ້ນວີຊາໃຫ້ບັນດາປະເທດ. 
ຊຸກ​ຍູ້​ມາດ​ຕະ​ການ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຫວຽດ​ນາມ - ảnh 1ຫວຽດນາມ ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ທີ່ມີນະໂຍບາຍເຂົ້າ - ອອກເມືອງສະດວກທີ່ສຸດຫຼັງໂລກລະບາດໂຄວິດ - 19

ຕອນບ່າຍວັນທີ 11 ສິງຫາ, ໃນການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ, ເມື່ອແບ່ງປັນຂໍ້ມູນກ່ຽວກັບການດຶງດູດແຂກທ່ອງທ່ຽວສາກົນມາທ່ຽວ ຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຟື້ນຟູນະໂຍບາຍເຂົ້າ - ອອກເມືອງ ໄວທີ່ສຸດໃນໂລກ ແຕ່ວັນທີ 15 ມີນາ 2022 ດ້ວຍການຕໍ່ວີຊາ ແລະ ນະໂຍບາຍຍົກເວັ້ນວີຊາໃຫ້ບັນດາປະເທດ. ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ທີ່ມີນະໂຍບາຍເຂົ້າ - ອອກເມືອງສະດວກທີ່ສຸດຫຼັງໂລກລະບາດໂຄວິດ - 19. ເພື່ອຊຸກຍູ້ຟື້ນຟູ, ພັດທະນາຂະແໜງທ່ອງທ່ຽວແບບຍືນຍົງຢ່າງແທ້ຈິງ, ບັນດາອົງການເຈົ້າໜ້າທີ່ ແລະ ທ້ອງຖິ່ນຂອງ ຫວຽດນາມ ໄດ້ ແລະ ພວມສຸມໃສ່ສ້າງສະພາບແວດລ້ອມທ່ອງທ່ຽວຂຽວ, ຕິດພັນກັບການພັດທະນາການທ່ອງທ່ຽວດ້ວຍການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າ ແລະ ສີສັນວັດທະນະທຳຂອງຊາດ, ຍົກສູງຄຸນນະພາບຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງການທ່ອງທ່ຽວໃຫ້ເໝາະສົມກັບການທ່ອງທ່ຽວ ຫວຽດນາມ ອອກສູ່ໂລກ, ພິເສດແມ່ນໝູນໃຊ້ເຕັກໂນໂລຢີທັນສະໄໝ ດ້ວຍເນື້ອໃນປ່ຽນໃໝ່ຄວາມຮຽກຮ້ອງຕ້ອງການຂອງແຂກທ່ອງທ່ຽວ; ເພີ່ມທະວີມູນເຊື້ອ, ການໂຄສະນາກ່ຽວກັບບັນດາຂໍ້ມູນທີ່ດູດດື່ມກວ່າ. ນີ້ແມ່ນທັດສະນະກໍຄືກຳນົດທິດຂອງກະຊວງວັດທະນະທຳ, ກິລາ ແລະ  ທ່ອງທ່ຽວ ຫວຽດນາມ ໃນໄລຍະຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ