ຊຸກຍູ້ລະດັບຄວາມຄືບໜ້າແລະຍົກສູງປະສິດທິຜົນບັນດາໂຄງການຂອງຫວຽດນາມຢູ່ລາວ

ຊຸກຍູ້ລະດັບຄວາມຄືບໜ້າແລະຍົກສູງປະສິດທິຜົນບັນດາໂຄງການຂອງຫວຽດນາມຢູ່ລາວ - ảnh 1
ການ​ໂອ້​ລົມ​ສົນທະນາ “ຊຸກຍູ້​ລະດັບຄວາມ​ຄືບໜ້າ​ໃນ​ການ​ປະ​ຕິ​ບັດ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ຂອງ​ບັນດາ​ໂຄງການ​ລົງທຶນ​ຂອງ ຫວຽດນາມ ຢູ່ ລາວ”
(ພາບ: nhandan.com.vn)

(vovworld) – ວັນ​ທີ 15/9, ສະຖານທູດ ຫວຽດນາມ ປະຈຳ ລາວ ​ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ “ຊຸກຍູ້​ລະດັບຄວາມ​ຄືບໜ້າ​ໃນ​ການ​ປະ​ຕິ​ບັດ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ຂອງ​ບັນດາ​ໂຄງການ​ລົງທຶນ​ຂອງ ຫວຽດນາມ ຢູ່ ລາວ”. ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ສືບ​ຕໍ່​ນອນ​ໃນ​ບັນຊີ​ລາຍ​ຊື່ 3 ປະ​ເທດ ນຳ​ໜ້າ​ກ່ຽວ​ກັບ​ການ​ລົງທຶນ ຢູ່ ລາວ ດ້ວຍ 400 ​ໂຄງການ, ຍອດ​ເງິນ​ລົງທຶນ​ກ່ວາ 5 ຕື້ USD. ຫຼາຍ​ໂຄງການ​ປະກອບສ່ວນ​​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ລາວ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຊາວທ້ອງ​ຖີ່​ນນັບ​ໝື່ນ​ຄົນ. ບັນດາ​ວິ​ສາ​ຫະກິດ​ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​​ໃນວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ​ໃຫ້​ແກ່​ທ້ອງ​ຖີ່​ນມີ​ໂຄງການ​ລົງທຶນ. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ​ປະ​ກອບ​ຄຳ​ເຫັນ​ກ່ຽວຂ້ອງ​ເຖິງ​ການ​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການ​ສ້າງ “ຍຸດ​ທະ​ສາດ​ລົງທຶນ​ເຂົ້າ​ລາວ ຮອດ​ປີ 2020”, ຫລຸດຜ່ອນ​ເວລາ ​ແລະ ຫັນ​ລະບຽບ​ການ​ບໍລິຫານ​ເປັນ​ງ່າຍດາຍ​ກ່ວາ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ວິສາ​ຫະກິດ​ສຳ​ພັດ​ແຫຼ່ງທຶນ, ສືບ​ຕໍ່​ຕິດຕາມ​ກວດກາບັນດາ​ໂຄງການ, ​ເພີ່ມ​ທະວີ​ວຽກ​ງາ​ນຄຸ້ມ​ຄອງລັດ​ສຳລັບ​ວິ​ສາ​ຫະກິດ.

 


ຂ່າວ/ບົດ​ອື່ນ