ຊຸກຍູ້ວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຂອງຫວຽດນາມ

ຊຸກຍູ້ວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຂອງຫວຽດນາມ - ảnh 1
ວາລະ​ປະຊຸມ​ເທື່ອ​ທີ 5 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ
ໄດ້​ຮັບ​ຟັງລັດຖະບານ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ມະຕິ​ຂອງ​ສະພາ​ ແຫ່ງ​ຊາດ​
(ພາບສະພາແຫ່ງຊາດ)

(vovworld) - ວັນ​ທີ 21/12, ​ໃນ​ວາລະ​ປະຊຸມ​ເທື່ອ​ທີ 5 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ ໄດ້​ຮັບ​ຟັງລັດຖະບານ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ບາງ​ທິດທາງ, ໜ້າ​ທີ່ ​ແລະ ມາດ​ຕະການ​ຊຸກຍູ້​ວິວັດ​ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ. ຕາມ​ນັ້ນ​ແລ້ວ ວຽກ​ງານ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ ​​ເຊິ່ງ​ ຫວຽດນາມ ​ໄດ້ຍູ​້​ແຮງ​ໃນ​ຫລາຍຂົງ​ເຂດ​ລວມມີ: ການ​ໂຄສະນາ​ເຜີຍ​ແຜ່, ​ແນະນຳ​ການປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ; ປະຕິ​ຮູບ​ລະບອບ​ລະບຽບ​ການ, ກົດໝາຍ​ໃຫ້​ເໝາະ​ສົມ​ກັບ​ບັນດາ​ຂໍ້​ກຳນົດ ​ແລະ ທຳນຽມ​ສາກົນ; ຍົກສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ຂອງ​ຜະລິດ​ຕະພັນ, ຍູ້​ແຮງ​ການ​ສົ່ງ​ອອກ; ປົກ​ປັກ​ຮັກສາຜົນ​ສິດ​ປະ​ໂຫຍ​ດຂອງ​ວິ​ສາ​ຫະກິດ​ຕໍ່​ບັນດາຮົ້ວ​ກີດຂວາງ​ດ້ານການ​ຄ້າ; ຕັ້ງໜ້າ​ເຂົ້າ​ຮ່ວມ​ໃນ​ບັນດາ​ເວທີ​ປາ​ໄສ, ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ຍູ້​ແຮງ​ການ​ເຈລະຈາ​ບັນດາ FTA…​ເພື່ອ​ສືບ​ຕໍ່​ຊຸກຍູ້​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ​ຂອງ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສະ​ເໜີ​ຕໍ່​ລັດຖະບານ​ສືບ​ຕໍ່​ຜັນ​ຂະຫຍາຍ ​ແລະ ​ເອົາ​ໃຈ​ໃສ່​ຕິດຕາມ, ຕີ​ລາຄາ​ຮອບດ້ານ​ເລື່ອງ​ປະຕິບັດການ​ຊຸກຍູ້​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ, ​ເຫັນ​ດີ​ເປັນ​ເອກະ​ພາບຕໍ່ອົງການ​​ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ​ການປະຕິບັດ ​ແລະ ລາຍ​ງານ​ໝາກຜົ​ນວິວັດ​ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ​ຂອງ ຫວຽດນາມ.

ຂ່າວ/ບົດ​ອື່ນ