ຊຸກຍູ້ວຽກງານແກ້ໄຂທາດພິດເຄມີ ໂດຍອາເມລິການໍາໃຊ້ໃນສົງຄາມຢູ່ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 30 ກໍລະກົດ, ຄະນະຂົນຂວາຍສູນກາງພັກກອມມູນິດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ ຕີລາຄາໝາກຜົນ 03 ປີ ແຫ່ງການປະຕິບັດຄໍາສັ່ງເລກທີ 43 ຂອງຄະນະເລຂາສູນກາງພັກ ກ່ຽວກັບການເພີ່ມທະວີການຊີ້ນໍານໍາພາຂອງພັກ ສໍາລັບວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ ໂດຍອາເມລິການໍາໃຊ້ໃນສົງຄາມຢູ່ຫວຽດນາມ. 

ຊຸກຍູ້ວຽກງານແກ້ໄຂທາດພິດເຄມີ ໂດຍອາເມລິການໍາໃຊ້ໃນສົງຄາມຢູ່ຫວຽດນາມ - ảnh 1 ທ່ານ ຫງວຽນຄັກຮຸ່ງ (ຢູ່ເມືອງເກິມຊວຽນ, ແຂວງຮ່າຕິງ) ພ້ອມກັບລູກ 03 ຄົນຖືກຜົນສະທ້ອນຈາກທາດສີສົ້ມ

(ພາບ:bienphong.com.vn)

ນະທີ່ນີ້,ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ກະຊວງໄດ້ສ້າງແຜນການປຸກລະດົມ ແລະຕໍ່ສູ້ທາງການທູດໃນການສຶກສາຄົ້ນຄວ້າ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສານພິດເຄມີໄລຍະ 2016 – 2020 ກັບອໍານາດການປົກຄອງ, ສະພາແຫ່ງຊາດ, ບັນດາອົງການຄົ້ນຄວ້າຂອງອາເມລິກາ, ຫາງສຽງ, ສື່ມວນຊົນ, ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານອາເມລິກາ ແລະອົງການຈັດຕັ້ງສາກົນ. ກະຊວງການຕ່າງປະເທດສຸມໃສ່ຕໍ່ສູ້  ເພື່ອໃຫ້ອາເມລິກາ ຮັບຮູ້ໄດ້ ແລະ ມີຄວາມຮັບຜິດຊອບແບ່ງເປົາຜົນຮ້າຍຢ້ອນຫຼັງຈາກສົງຄາມ ແມ່ນສໍາຄັນທີ່ສຸດ, ຍາດແຍ່ງການຮ່ວມມືສາກົນ ເພື່ອຊ່ວຍປະຊາຊົນ ຜູ້ທີ່ຖືກຜົນສະທ້ອນຈາກທາດສີສົ້ມດີໂອຊີນ.  ອໍານາດການປົກຄອງອາເມລິກາ ໄດ້ຢັ້ງຢືນວ່າ ຈະໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດສີສົ້ມ ຫຼືດີໂອຊີນ. ນັບແຕ່ປີ 2016  ມາຮອດປັດຈຸບັນ, ອາເມລິກາ ໄດ້ອຸປະຖໍາປະມານ 110 ລ້ານ USD   ຊ່ວຍຫວຽດນາມປະຕິບັດສໍາເລັດໂຄງການແກ້ໄຂທາດດີໂອຊີນໃນເບື້ອງຕົ້ນຢູ່ສະໜາມບິນ ດ່າໜັງ ດ້ວຍເນື້ອທີ່ດິນໄດ້ຮັບການແກ້ໄຂ ແມ່ນ 90.000 m3 ແລະ ເນື້ອທີ່ດິນໄດ້ຮັບການມອບຮັບແລ້ວ ແມ່ນ 29 ha.

ຕອບກັບ

ຂ່າວ/ບົດ​ອື່ນ