ຊຸກຍູ້ສົ່ງເສີມການຮ່ຳຮຽນ, ສ້າງສັງຄົມຮ່ຳຮຽນ ແລະ ບຳລຸງສ້າງວິຊາອາຊີບໃຫ້ແຮງງານຊົນນະບົດ

(VOVWORLD) - ຕອນບ່າຍວັນທີ 13 ກັນຍາ, ທີ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລະ ສະມາຄົມສົ່ງເສີມການຮ່ຳຮຽນ ຫວຽດນາມ
ຊຸກຍູ້ສົ່ງເສີມການຮ່ຳຮຽນ, ສ້າງສັງຄົມຮ່ຳຮຽນ ແລະ ບຳລຸງສ້າງວິຊາອາຊີບໃຫ້ແຮງງານຊົນນະບົດ - ảnh 1ຊຸກຍູ້ສົ່ງເສີມການຮ່ຳຮຽນ, ສ້າງສັງຄົມຮ່ຳຮຽນ ແລະ ບຳລຸງສ້າງວິຊາອາຊີບໃຫ້ແຮງງານຊົນນະບົດ (ພາບ:dangcongsan.vn)

ໄດ້ຈັດຕັ້ງພິທີລົງນາມໂຄງການສົມທົບໃນການເຄື່ອນໄຫວສົ່ງເສີມການຮ່ຳຮຽນ, ສົ່ງເສີມເກັ່ງກ້າສາມາດ, ກໍ່ສ້າງສັງຄົມຮ່ຳຮຽນ ແລະ ບຳລຸງສ້າງວິຊາອາຊີບໃຫ້ແກ່ແຮງງານຊົນນະບົດໄລຍະ 2018 – 2023. ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນທິຢວານ ອະດີດຮອງປະທານປະເທດ ຫວຽດນາມ, ປະທານສະມາຄົມສົ່ງເສີມການຮ່ຳຮຽນ ໃຫ້ຮູ້ວ່າ: ພິທີລົງນາມໄດ້ໄດ້ສະແດງໃຫ້ເຫັນການສົມທົບກັນຢ່າງແໜ້ນແຟ້ນໃນໄລຍະໃໝ່, ກໍ່ສ້າງບັນດາອົງການຈັດຕັ້ງການເມືອງໃຫ້ກາຍເປັນຫົວໜ່ວຍສັງຄົມຮ່ຳຮຽນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດອຸດສາຫະກຳ 4.0.

        ສ່ວນທ່ານລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ດ່າວ    ງອັກຢຸງ ຢືນຢັນວ່າ ໂຄງການນີ້ຈະປະກອບສ່ວນພົບເຫັນ, ບຳລຸງສ້າງ, ຍ້ອງຍໍຊົມເຊີຍບັນດາໝູ່ຄະນະທີ່ເປັນແບບຢ່າງ, ບຸກຄົນດີເດັ່ນໃນການຮ່ຳຮຽນຕະຫລອດຊີວິດ, ມີບັນດາການປະດິດແຕ່ງທີ່ມີມູນຄ່າດ້ານເສດຖະກິດ ແລະ ມີຄວາມໝາຍທາງສັງຄົມ, ປົກປັກຮັກສາສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ