ຊຸກຍູ້ສິດຂອງຄົນພິການ

ຊຸກຍູ້ສິດຂອງຄົນພິການ - ảnh 1
(ຊຸກຍູ້​ສິດ​ຂອງ​ຄົນ​ພິກ​ານ ຫວຽດນາມ)

(vovworld) - ​ ນາຍົກລັດຖະມົນຕີຫາກໍ່​ໃຫ້​ສັດຕະຍາບັນ​ບັນຊີ​ລາຍ​ຊື່​ໂຄງການ “ຊຸກຍູ້​ສິດ​ຂອງ​ຄົນ​ພິກ​ານ ຫວຽດນາມ” ​ໂດຍ​ອົງກາ​ນພັດທະນາ​ສາກົນ ອາ​ເມ​ລິ​ກາ (USAID) ອຸປະຖຳ. ​ໂຄງການ​ດັ່ງກ່າວ​ໄດ້​ປະຕິບັດ​ໃນ​ໄລຍະ 5 ປີ​ຢູ່​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ແລະ ບັນດາ​ແຂວງ: ​ໄທ​໋ບີ​ງ, ​ເທື່ອ​ທຽນ - ​ເຫວ, ກວາງ​ນາມ, ບີ​ງດີ້​ງ, ບີ​ງ​ເຟື໋ອກ, ​ໄຕ​ນີງ, ດົ່ງ​ນາຍ ດ້ວຍ​ຍອດ​ຈຳນວນ​​ທຶນ​ກ່ວາ 21 ລ້ານ USD. ຈຸດໝາຍ​ຂອງ​ໂຄງການ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ດຳລົ​ງຊີວິດ​ແບບ​ເອກະລາ​ດ ແລະ ​ເຊື່ອມ​ຕົວ​​ເຂົ້າ​ກັບ​ສັງຄົມ​ຂອງ​ຄົນ​ພິການ, ສ້າງ​ສະພາບ​ແວດ​ລ້ອມ​ອຳນວຍ​ຄວາມສະດວກ​ ​ເພື່ອໃຫ້​ຄົນ​ພິການ​ເຊື່ອມ​ຕົວ; ປັບປຸງ​ນະ​ໂຍບາຍ, ກົດໝາຍ, ຜັນ​ຂະຫຍາຍ​ບັນດາ​ແຜນການ​ດຳ​ເນີນ​ງານ​ຊ່ວຍ​ເຫຼືອ​ໃຫ້​ຄົນ​ພິການ​ຢ່າງ​ມີ​ປະສິດທິ​ຜົນ; ປັງ​ປຸງ​ຄຸນ​ນະພາ​ບການ​ບໍ​ລິ​ການປິນປົວ​ພະຍາດ ​ແລະ ກາຍຍະ​ອ​ບຳບັດ.

; ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ອົງການ ​ແລະ ​ຄົນ​ພິການ​ເຂົ້າ​​ໃນການ​ສ້າງ, ຕິດຕາມ​ກວດກາ, ຕີ​ລາຄາ​ບັນດາ​ນະ​ໂຍບາຍ ​ແລະ ການ​ບໍລິການ.

 

ຂ່າວ/ບົດ​ອື່ນ