ຊຸດ Kit ວິໄຈຫາເຊື້ອໂຄວິດ-19 ມີຄວາມຊັດເຈນເທົ່າກັບ PCR

(VOVWORLD) - ຊຸດ Kit ແມ່ນຜະລິດຕະພັນຂອງບໍລິສັດ ຊາວທ໊າຍເຢືອງ ແລະ ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ. 
ຊຸດ Kit ວິໄຈຫາເຊື້ອໂຄວິດ-19 ມີຄວາມຊັດເຈນເທົ່າກັບ PCR - ảnh 1 (ພາບປະກອບ)

  ຊຸດ Kit ວິໄຈຫາເຊື້ອໂຄວິດ-19 ຜະລິດພາຍໃນປະເທດທີ່ມີຄວາມຊັດເຈນເທົ່າກັບວິທີ Real-time PCR ຄາດວ່າ ຈະເປີດສະເໜີຕົວໃນຕົ້ນເດືອນ ທັນວາ ຈະມາເຖິງ. ຊຸດ Kit ດັ່ງກ່າວ ສາມາດຕອບສະໜອງຄວາມຕ້ອງການວິໄຈຫາເຊື້ອສຳລັບແຂກທ່ອງທ່ຽວເປັນຈຳນວນຫລວງຫລາຍທີ່ເຂົ້າເມືອງໃນພາບດຽວ ຖ້າເຊື່ອມຕໍ່ບັນດາຖ້ຽວບິນການຄ້າສາກົນຄືນໃໝ່, ຈາກນັ້ນ ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຈະມີປະສິດທິຜົນກ່ວາ. ນັ້ນແມ່ນຂໍ້ມູນຂ່າວສານໄດ້ຍົກອອກມາທີ່ກອງປະຊຸມສຳມະນາແບ່ງປັນ ແລະ ແນະນຳກັບປະຊາຄົມສາກົນຢູ່ ຫວຽດນາມ ກ່ຽວກັບການໝູນໃຊ້ວິທະຍາສາດເຕັກໂນໂລຊີໃນການປ້ອງກັນ, ສະກັດກັ້ນ ແລະ ປິ່ນປົວພະຍາດໂຄວິດ-19, ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ສົມທົບກັບກະຊວງສາທາລະນະສຸກ ແລະ ກະຊວງການຕ່າງປະເທດ ຫວຽດນາມ ຈັດຕັ້ງໃນວັນທີ 05 ພະຈິກ ຢູ່ຮ່າໂນ້ຍ. ຊຸດ Kit ແມ່ນຜະລິດຕະພັນຂອງບໍລິສັດ ຊາວທ໊າຍເຢືອງ ແລະ ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ. ທ່ານນາງ ຫງວຽນທິເຮືອງລຽນ, ຮອງຜູ້ອຳນວຍການໃຫຍ່ບໍລິສັດ ຊາວທ໊າຍເຢືອງ ໃຫ້ຮູ້ວ່າ:

        “ເວລານຳໃຊ້ຊຸດ Kit Real-time LAMP ເພື່ອວິໄຈຫາເຊື້ອໄວຣັດພຽງແຕ່ 30 ນາທີເທົ່ານັ້ນ ບວກກັບເວລາວິໄຈ AND ປະມານເສຍ 20 ນາທີອີກ. ສະນັ້ນ ລວມເວລານັບແຕ່ຕອນເອົາຕົວຢ່າງຈົນເຖິງຕອນມີໝາກຜົນແມ່ນປະມານ 1 ຊົ່ວໂມງ. ປະຈຸບັນ, ພວກຂ້າພະເຈົ້າ ພວມປະກອບສຳເນົາເອກະສານຂໍໃບອະນຸຍາດຈາກກະຊວງສາທາລະນະສຸກ ແລະ ປະຕິບັດບັນດາຄວາມຮຽກຮ້ອງຈາກກະຊວງສາທາລະນະສຸກໃຫ້ສຳເລັດ. ພວກຂ້າພະເຈົ້າຫວັງວ່າ ທ້າຍເດືອນ ພະຈິດ ນີ້, ພວກຂ້າພະເຈົ້າຈະໄດ້ຮັບຕົວເລກຈົດທະບຽນຢູ່ ຫວຽດນາມ ແລະ ເອີຣົບ.

ຕອບກັບ

ຂ່າວ/ບົດ​ອື່ນ