ຊູ​ດັງ: ​ນັບ​ແຕ່​ເວ​ລາ​ການ​ປະ​ທະ​ກັນ​ເລີ່ມ​ເກີດ​ຂຶ້ນ ມີປະ​ຊາ​ຊົນ​ກວ່າ 60.000 ຄົນ​ຕ້ອງ​ອົບ​ພະ​ຍົບ​ໄປ​ຍັງ​ສາ​ທາ​ລະ​ນະ​ລັດ Chad

(VOVWORLD) - ມີປະຊາຊົນກວ່າ 60.000 ຄົນ ໄດ້ອົບພະຍົບໄປຍັງປະເທດບ້ານໃກ້ເຮືອນຄຽງ ສາທາລະນະລັດ Chad ນັບແຕ່ເມື່ອການປະທະກັນເລີ່ມເກີດຂຶ້ນແຕ່ກາງເດືອນ ເມສາ ຜ່ານມາ.
ຊູ​ດັງ: ​ນັບ​ແຕ່​ເວ​ລາ​ການ​ປະ​ທະ​ກັນ​ເລີ່ມ​ເກີດ​ຂຶ້ນ ມີປະ​ຊາ​ຊົນ​ກວ່າ 60.000 ຄົນ​ຕ້ອງ​ອົບ​ພະ​ຍົບ​ໄປ​ຍັງ​ສາ​ທາ​ລະ​ນະ​ລັດ Chad - ảnh 1ປະຊາຊົນ ຊູດັງ ລໍຖ້າເພື່ອອົບພະຍົບໄປປະເທດບ້ານໃກ້ເຮືອນຄຽງ, ວັນທີ 26/4/2023. (ພາບ: ສຳນັກຂ່າວສານ ຊິນຮວາ) 

ອົງການຂ້າຫຼວງໃຫຍ່ ສປຊ ຮັບຜິດຊອບວຽກງານຊາວອົບພະຍົບ (UNHCR) ວັນທີ 22 ພຶດສະພາ ໃຫ້ຮູ້ວ່າ ມີປະຊາຊົນກວ່າ 60.000 ຄົນ ໄດ້ອົບພະຍົບໄປຍັງປະເທດບ້ານໃກ້ເຮືອນຄຽງ ສາທາລະນະລັດ Chad ນັບແຕ່ເມື່ອການປະທະກັນເລີ່ມເກີດຂຶ້ນແຕ່ກາງເດືອນ ເມສາ ຜ່ານມາ. ພາຍຫຼັງການຢ້ຽມຢາມ ສາທາລະນະລັດ Chad ເປັນເວລາ 4 ວັນ, ທ່ານ Raouf Mazou, ເຈົ້າໜ້າທີ່ອົງການຂ້າຫຼວງໃຫຍ່ ສປຊ ຮັບຜິດຊອບວຽກງານ ຊາວອົບພະຍົບ ໃຫ້ຮູ້ວ່າ ໃນຈຳນວນຊາວ ຊູດັງ ທີ່ຫາກໍອົບພະຍົບໄປຍັງ ສ. Chad ນັ້ນ ມີເຖິງ 90% ແມ່ນແມ່ຍິງ ແລະ ເດັກນ້ອຍ. ເຂົາເຈົ້າດຳລົງຊີວິດໃນເງື່ອນໄຂທີ່ຫຍຸ້ງຍາກລຳບາກທີ່ສຸດ, ຂາດແຄນດ້ານເຄື່ອງຂອງ, ອຸປະກອນ ແລະ ທັນຍາຫານຈຳເປັນ, ໂດຍສະເພາະແມ່ນເມື່ອລະດູຝົນໃກ້ຈະວຽນມາ.

        ສ. Chad ແມ່ນບ່ອນເຕົ້າໂຮມຂອງຊາວອົບພະຍົບເກືອບ 700.000 ຄົນ, ເຊິ່ງສ່ວນຫຼາຍແມ່ນຊາວ ຊູດັງ ທີ່ໄດ້ຫຼົບໜີຈາການປະທະກັນເກີດຂຶ້ນກ່ອນໜ້ານັ້ນ. ຕົວເລກດັ່ງກ່າວ ໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ເພີ່ມຂຶ້ນ ເມື່ອການປະທະກັນລະຫວ່າງບັນດາພັກຝ່າຍຢູ່ ຊູດັງ ຍັງບໍ່ທັນມີສັນຍານຢຸດຕິລົງເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ