ຊູດັງ: ບັນດາຝ່າຍບັນລຸໄດ້ຂໍ້ຕົກລົງກ່ຽວກັບຖະແຫຼງການລັດຖະທຳມະນູນ

(VOVWORLD) -ສະພາການທະຫານປ່ຽນຜ່ານ ແລະ ສຳພັນທະມິດກຳລັງຝ່າຍຄ້ານການເມືອງ ບັນລຸໄດ້ຂໍ້ຕົກລົງສຸດທ້າຍກ່ຽວກັບຖະແຫຼງການລັດຖະທຳມະນູນ, ເຊິ່ງຈະເປັນການເປີດເສັ້ນທາງໃຫ້ແກ່ໄລຍະໃໝ່ຂອງວິວັດທະນາການປ່ຽນຜ່ານຂອງປະເທດຊາດ.
ຊູດັງ: ບັນດາຝ່າຍບັນລຸໄດ້ຂໍ້ຕົກລົງກ່ຽວກັບຖະແຫຼງການລັດຖະທຳມະນູນ - ảnh 1(ພາບປະກອບ: AFP/TTXVN)

ໃນແຈ້ງການໜຶ່ງ ວັນທີ 03 ສິງຫາ, ນັກໄກ່ເກ່ຍຂອງສະຫະພາບອາຟະລິກາ (AU) ທ່ານ Mohamed Hassan Lebatt, ໃຫ້ຮູ້ວ່າ, ສະພາການທະຫານປ່ຽນຜ່ານ ແລະ ສຳພັນທະມິດກຳລັງຝ່າຍຄ້ານການເມືອງ ບັນລຸໄດ້ຂໍ້ຕົກລົງສຸດທ້າຍກ່ຽວກັບຖະແຫຼງການລັດຖະທຳມະນູນ, ເຊິ່ງຈະເປັນການເປີດເສັ້ນທາງໃຫ້ແກ່ໄລຍະໃໝ່ຂອງວິວັດທະນາການປ່ຽນຜ່ານຂອງປະເທດຊາດ. ຖະແຫຼງການດັ່ງກ່າວໄດ້ຊີ້ແຈ້ງຂອບເຂດສິດອຳນາດ ແລະ ການພົວພັນລະຫວ່າງບັນດາພາກສ່ວນທີ່ມີໜ້າທີ່ໃນລັດຖະບານປ່ຽນຜ່ານ.

        ພາຍຫຼັງປະກາດກ່ຽວກັບຂໍ້ຕົກລົງໄດ້ຍົກອອກມາ, ປະຊາຊົນຊູດັງ ໄດ້ສະແດງ ຄວາມປະຕິຊົມຊື່ນ ແລະ ປະເອີບໃຈກ່ຽວກັບວິວັດທະນາການສັນຕິພາບຈະມາເຖິງ. ກຳລັງປ່ຽນແປງ ແລະ ເສລີ (FFC), ສຳພັນທະມິດຝ່າຍຄ້ານຕົ້ນຕໍໄດ້ຊົມເຊີຍຂໍ້ຕົກລົງ ແລະ ຖືນີ້ແມ່ນບາດກ້າວທຳອິດເປີດເສັ້ນທາງໃຫ້ວິວັດທະນາການຕໍ່ໄປ ແລະ ໃຫ້ສຳໝັ້ນສັນຍາມຸ່ງໄປເຖິງການສ້າງປະເທດຊູດັງ ສັນຕິພາບ ແລະ ມີສະຖຽນລະພາບຢ່າງຍາວນານ.

ຕອບກັບ

ຂ່າວ/ບົດ​ອື່ນ