ຊູ​ດັງ​ຟື້ນ​ຟູ​ວິ​ວັດ​ການຫັນ​ປ່​ຽນ​ພົນ​ລະ​ເຮືອນ

(VOVWORLD) -ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງ, ພ້ອມທັງເນັ້ນໜັກວ່າ ຕ້ອງປົກປ້ອງຄວາມເປັນລະບຽບຮຽບຮ້ອຍລັດຖະທຳມະນູນ, ຈາກນັ້ນກໍ່ຮັບປະກັນບັນດາສິດພື້ນຖານ.
ຊູ​ດັງ​ຟື້ນ​ຟູ​ວິ​ວັດ​ການຫັນ​ປ່​ຽນ​ພົນ​ລະ​ເຮືອນ - ảnh 1ທ່ານ Abdel Fattah al-Burhan ຜູ້ບັນຊາການໃຫຍ່ກອງທັບ ຊູດັງ ກັບທ່ານນາຍົກລັດຖະມົນຕີ ຊູດັງ Abdalla Hamdok (ພາບ: AFP/TTXVN)

ວັນທີ 21 ພະຈິກ, ທ່ານ Abdel Fattah al-Burhan ຜູ້ບັນຊາການໃຫຍ່ກອງທັບ ຊູດັງ ໄດ້ລົງນາມຂໍ້ຕົກລົງສະບັບໜຶ່ງ ກັບທ່ານນາຍົກລັດຖະມົນຕີ Abdalla Hamdok ເພື່ອແນໃສ່ຟື້ນຟູວິວັດການຫັນປ່ຽນພົນລະເຮືອນ. ການກະທຳນີ້ ໄດ້ດຳເນີນພາຍຫຼັງເຫດການ ລັດຖະປະຫານການທະຫານ ຢູ່ຊູດັງ ມາເປັນເວລາ 1 ເດືອນ.

ຂໍ້ຕົກລົງດັ່ງກ່າວໂດຍທ່ານ Abdel Fattah al-Burhan ແລະ ທ່ານນາຍົກລັດຖະມົນຕີ Abdalla Hamdok ໄດ້ລົງນາມຢູ່ ນະຄອນຫຼວງ Khartoum. ຂໍ້ຕົກລົງນີ້ ອະນຸຍາດໃຫ້ທ່ານ Abdalla Hamdok ດຳລົງຕຳແໜ່ງນາຍົກລັດຖະມົນຕີຄືນໃໝ່ ແລະ ປ່ອຍຕົວບັນດາການນຳພົນລະເມືອງ ຊູດັງເປັນອິດສະລະ. ທ່ານ Abdel Fattah al-Burhan ຢັ້ງຢືນວ່າ ບັນດາການຫາສຽງເລືອກຕັ້ງແບບເສລີ ແລະໂປ່ງໄສ ຈະໄດ້ຮັບການຈັດຕັ້ງຢູ່ ຊູດັງ ຄືສ່ວນໜຶ່ງຂອງວິວັດການຫັນປ່ຽນພົນລະເຮືອນ.

ແລະກໍ່ໃນວັນດຽວກັນ, ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງ, ພ້ອມທັງເນັ້ນໜັກວ່າ ຕ້ອງປົກປ້ອງຄວາມເປັນລະບຽບຮຽບຮ້ອຍລັດຖະທຳມະນູນ, ຈາກນັ້ນກໍ່ຮັບປະກັນບັນດາສິດພື້ນຖານ.

ຕອບກັບ

ຂ່າວ/ບົດ​ອື່ນ