ຊູດັງໃຕ້ ຫວັງຢາກຊຸກຍູ້ການພົວພັນກັບ ຫວຽດນາມ

(VOVWORLD) - ທີ່ການຕ້ອນຮັບ, ທ່ານ Salvar Kir Mayardit ປະທານາທິບໍດີ ຊູດານໃຕ້ ເໜັ້ນໜັກວ່າ:  ຊູດັງໃຕ້ ມີຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ກັບຫວຽດນາມ.
ຊູດັງໃຕ້ ຫວັງຢາກຊຸກຍູ້ການພົວພັນກັບ ຫວຽດນາມ - ảnh 1ທ່ານ ຫວງຽນຮຸຍຢຸ໋ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ທັງປະຈຳ ຊູດັງໃຕ້ ແລະ ທ່ານ Salvar Kir Mayardit ປະທານາທິບໍດີ ຊູດານໃຕ້

ວັນທີ 20 ມີນາ ຜ່ານມາ, ທີ່ສຳນັກງານປະທານປະເທດ ຢູ່ນະຄອນຫຼວງຈູບາ, ສາທາລະນະລັດ ຊູດັງໃຕ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ທັງປະຈຳ ຊູດັງໃຕ້, ຫວງຽນຮຸຍຢຸ໋ງ, ໄດ້ຍື່ນສານຕາຕັ້ງ ຂອງປະທານປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ຕໍ່ທ່ານປະທານາທິບໍດີ ຊູດັງໃຕ້, Salvar Kir Mayardit. ທີ່ການຕ້ອນຮັບ, ທ່ານ Salvar Kir Mayardit ປະທານາທິບໍດີ ຊູດານໃຕ້ ເໜັ້ນໜັກວ່າ:  ຊູດັງໃຕ້ ມີຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ກັບຫວຽດນາມ.

       ສ່ວນທ່ານເອກອັກຄະລັດຖະທູດ ຫວຽດນາມ ຫວງຽນຮຸຍຢຸ໋ງ ໄດ້ສະແດງຄວາມເປັນກຽດ ທີ່ໄດ້ເປັນ ເອກອັກຄະລັດຖະທູດ ຄົນທຳອິດຂອງ ຫວຽດນາມ ປະຈຳ ຊູດັງໃຕ້; ຢືນຢັນວ່າ: ຈະຕັ້ງໜ້າຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດໃນໄລຍະທີ່ຈະມາເຖິງ, ທັງຂົງເຂດສອງຝ່າຍ ແລະ ຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ