ຊຸດຝຶກອົບຮົມທາງດ້ານທັກສະການສອນພາສາຫວຽດ ໃຫ້ແກ່ຄູສອນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

(VOVWORLD) -ນອກຈາກຖ່າຍທອດຄວາມຮູ້ກ່ຽວກັບພາສາຫວຽດ, ບໍາລຸງສ້າງວິຊາສະເພາະ ແລະ ຮູບແບບການສອນພາສາຫວຽດ ທີ່ທັນສະໄໝແລ້ວ, ລາຍການຝຶກອົບຮົມຄັ້ງນີ້ ຍັງຖ່າຍທອດຄວາມຮູ້ຫຼາຍຢ່າງກ່ຽວກັບວັດທະນະທໍາ ແລະ ປະຫວັດສາດຫວຽດນາມ
ຊຸດຝຶກອົບຮົມທາງດ້ານທັກສະການສອນພາສາຫວຽດ ໃຫ້ແກ່ຄູສອນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ - ảnh 1 ພິທີໄຂຊຸດຝຶກອົບຮົມ (ພາບ: nhandan.com.vn)

ຕອນເຊົ້າວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຂຶ້ນກັບກະຊວງການຕ່າງປະເທດ ຫວຽດນາມ ເປັນເຈົ້າພາບ ສົມທົບກັບກະຊວງສຶກສາ ແລະ ບໍາລຸງສ້າງຫວຽດນາມ ຈັດຕັ້ງ ຊຸດຝຶກອົບຮົມ, ບໍາລຸງສ້າງຄູສອນ, ອາສາສະໝັກ ສອນພາສາຫວຽດ ໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ ຕ່າງປະເທດ. ນີ້ແມ່ນຊຸດຝຶກອົບຮົມທີ່ມີຈໍານວນສໍາມະນາກອນເຂົ້າຮ່ວມຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ດ້ວຍຄູສອນ, ອາສາສະໝັກ 80 ຄົນ ທີ່ມາຈາກ 10 ປະເທດ ແລະ ເຂດແຄວ້ນໃນໂລກ ເຂົ້າຮ່ວມ. ກ່າວຄໍາເຫັນນະທີ່ນີ້, ທ່ານ ເລືອງແທັງງິ, ຮອງປະທານຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃຫ້ຮູ້ວ່າ ນອກຈາກຖ່າຍທອດຄວາມຮູ້ກ່ຽວກັບພາສາຫວຽດ, ບໍາລຸງສ້າງວິຊາສະເພາະ ແລະ ຮູບແບບການສອນພາສາຫວຽດ ທີ່ທັນສະໄໝແລ້ວ, ລາຍການຝຶກອົບຮົມຄັ້ງນີ້ ຍັງຖ່າຍທອດຄວາມຮູ້ຫຼາຍຢ່າງກ່ຽວກັບວັດທະນະທໍາ ແລະ ປະຫວັດສາດຫວຽດນາມ. ທ່ານກ່າວວ່າ:

        “ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍຫຼັງເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້, ບັນດາຄູສອນຈະສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນກໍາລັງຫຼັກແຫຼ່ງຊຸກຍູ້ຂະບວນການ, ຍົກສູງຄຸນນະພາບການສອນ ແລະ ການຮຽນພາສາຫວຽດນາມ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ປະເທດປະຈໍາຖິ່ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການອະນຸລັກຮັກສາພາສາແມ່ ກໍຄືຮັກສາ ແລະ ເສີມຂະຫຍາຍສີສັນຊາດໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ”.


 

ຕອບກັບ

ຂ່າວ/ບົດ​ອື່ນ