ຊົນນະບົດໃໝ່ຕ້ອງແມ່ນຊົນນະບົດແຫ່ງຄວາມມຸ່ງຫວັງສ້າງອາຊີບ,ສ້າງຄວາມຮັ່ງມີ

ຊົນນະບົດໃໝ່ຕ້ອງແມ່ນຊົນນະບົດແຫ່ງຄວາມມຸ່ງຫວັງສ້າງອາຊີບ,ສ້າງຄວາມຮັ່ງມີ - ảnh 1
​ກອງ​ປະຊຸມຜ່ານ​ ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ທົ່ວ​ປະ​ເທດ
ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ສ້າງ​ຊົນນະບົດ​ໃໝ່


(vovworld) - ຕອນ​ເຊົ້າ​ວັນ​ທີ 30/09 ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດີງ​ເຫ້ວ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມຜ່ານ​ ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ທົ່ວ​ປະ​ເທດ ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ສ້າງ​ຊົນນະບົດ​ໃໝ່ ​ແລະ ປຸກລະດົມ​ຂະ​ບວນການ​ແຂ່ງຂັນ​ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ຊົນນະບົດ​ໃໝ່​ໄລຍະ 2016 – 2020. ສະຫຼຸບ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ:

        “ຊົນນະບົດ​ໃໝ່​ຕ້ອງ​ແມ່ນ​ຊົນນະບົດ​​ແຫ່ງຄວາມ​ມຸ່ງ​ຫວັງ​ສ້າງ​ອາຊີບ, ສ້າງ​ຄວາມ​ຮັ່ງມີ, ​ແມ່ນ​ແຫ່ງ​ທີ່​ດຶງ​ດູດ​ແຫຼ່ງກຳລັງ​ພັດທະນາ, ​ແຜ່​ຂະຫຍາຍ​ບັນດາ​ຄຸນຄ່າ​ໝັ້ນຄົງ. ຍົກຕົວຢ່າງ ຄືບັນຫາ​ຄອບຄົວ, ປະຊາ​ຄົມ, ບັນຫາ​ສັງຄົມ, ສິ່ງ​ແວດ​ລ້ອມ. ​ແລະ ຊົນນະບົດ​ໃໝ່ ຕ້ອງ​ແມ່ນ​ຊົນນະບົດ​ຂອງ​ລະບົບຊາວ​ກະ​ສິກ​ອນພູມ​ປັນຍາ, ກ້າ​ຄິດ, ກ້າ​ເຮັດ, ປ່ຽນ​ໃໝ່​ຂໍ້​ລິ​ເລີ່​ມ, ມີ​ຈິດ​ໃຈ​ວິ​ສາ​ຫະກິດ. ຫວ່າງ​ແລ້ວ​ນີ້ ຢູ່​ຊົນນະບົດ, ມີຊາວ​ກະ​ສິກອນ​ຫລາຍ​ຄົນ ​​ໄດ້ຜະລິດ​​ເຄື່ອງຈັກ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ​​ໃຫ້​ສະມັດ​ຕະພາບ​ສູງ. ຕ້ອງ​​ເລີ່​ມສ້າງອາຊີບ​ຕາມ​ທິດ​ນັ້ນ.”

ຂ່າວ/ບົດ​ອື່ນ