ຊຸມມື້ວັດທະນະທຳ ໄຕງວຽນ ຢູ່ ຮ່າໂນ້ຍ

ຊຸມມື້ວັດທະນະທຳ ໄຕງວຽນ ຢູ່ ຮ່າໂນ້ຍ  - ảnh 1
ພາບປະກອບ:internet



(vovworld) -  ​​ຊຸມ​ມື້​ວັດທະນະທຳ ​ໄຕ​ງວຽນ ຢູ່ ຮ່າ​ໂນ້ຍຄັ້ງ​ທີ 2 ປີ 2012 ຈະ ດຳ​ເນີນ​ໄປ​ແຕ່​ວັນ​ທີ 28/8 - 2/9 ຈະ​ມາ​ເຖິງ​ຢູ່​ສູນ​ວາງສະ​ແດງ​ວັດທະນະທຳ​ສິລະ​ປະ ຫວຽດນາມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ເພື່ອ​ຂຳ່ນັບ​ຮັບ​ຕ້ອນ​ການສະ​ເຫລີ​ມສະຫລອງ 67 ປີ​ແຫ່ງ​ວັນປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ​ທີ 2/9. ພາຍ​ໃຕ້​ຫົວ​ຂໍ້​ວ່າ: ​ໄຕ​ງວຽນ - ມູນ​​ເຊື້ອ ​ແລະ ພັດທະນາ,  ລາຍການ​ຈະ​ດຳ​ເນີນ​ໄປ​ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ງານ​ວາງສະ​ແດງ​ກ່ຽວ​ກັບ​ໄຕ​ງວຽນ; ງານ​ຕະຫລາດນັດ ​​ແນະນຳ​ອາຫານ​ການ​ກິນ​ຢູ່​ເຂດ​ໄຕ​ງວຽນ; ການ​ເຄື່ອນ​ໄຫວ​ວັດທະນະທຳ​ສິລະ​ປະພື້ນ​ເມືອງ. ການ​ພົບ​ປະ​ແລກປ່ຽນ, ການ​ສຳ​ມະ​ນາ. ​ເຫດການ​ນີ້​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ດ້ວຍ​ຂອບ​ຂະຫນາດ​ໃຫຍ່​ກ່ຽວ​ກັບ​ວັດທະນະທຳ, ມະນຸດ, ​ເຫດການ​ຂອງ​ເຂດ​ດິນ​ແດນ​ໄຕງວຽນ ​ເພື່ອ​ແນະນຳ​ບັນດາ​ຄຸນຄ່າ​ວັດທະນະທຳ ​ແລະ ພະລັງ​ຊີວິດ​ອັນ​ແຮງ​ກ້າ, ການ​ຄົງ​ຕົວ​ຂອງ​ສີ​ສັນ​ໄຕ​ງວຽນ​ໃນ​ພື້ນຖານ​ວັດທະນະທຳ​ຊົນ​ເຜົ່າ​ຫວຽດນາມມາໃຫ້​ປະຊາຊົນ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ​ເພື່ອນ​ມິດສາ​ກົນ​, ນອກ​ນັ້ນ​ຍັງ​ເຊີດ​ຊູ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່ມີ​ຮູບ​ຮ່າງ ​ແລະ ບໍ່ມີ​ຮູບ​ຮ່າງ​ຂອງ​ບັນດາ​​ເຜົ່າ​ຢູ່​ ໄຕ​ງວຽນ./.

 

ຂ່າວ/ບົດ​ອື່ນ