ຊຸມວັນວັດທະນະທຳ ເບລາຣຸດ ຢູ່ ຫວຽດນາມ 2017

(VOVWORLD) - ຄະນະນັກສິລະປິນ ເບລາຣຸດ ມາ ຫວຽດນາມ ແລະ ຈັດຕັ້ງບັນດາລາຍການສະແດງສິລະປະໃນຂອບເຂດຊຸມວັນວັດທະນະທຳ ບລາຣຸດ ຢູ່ ຫວຽດນາມ 2017 ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເບລາຣຸດ 
ຊຸມວັນວັດທະນະທຳ ເບລາຣຸດ ຢູ່ ຫວຽດນາມ 2017 - ảnh 1 (ພາບປະກອບ)

ໃນລະຫວ່າງວັນທີ 23 – 29 ພຶດສະພາ 2017 ຢູ່ນະຄອນ ຮ່າໂນ້ຍ ແລະ ແຂວງ ລາວກາຍ. ພ້ອມກັບບັນດາການເຄື່ອນໄຫວວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະຢູ່ ຮ່າໂນ້ຍ ແລະ ລາວກາຍ, ງານວາງສະແດງຮູບແຕ້ມ “ປະເທດ ແລະ ຊາວ ເບລາຣຸດ” ຈະໄດ້ຈັດຕັ້ງຢູ່ສູນວາງສະແດງວັດທະນະທຳສິລະປະ ຫວຽດນາມ ເລກທີ 2 ຖະໜົນ ຮວາລື ຮ່າໂນ້ຍ ແຕ່ວັນທີ 24 – 28 ພຶດສະພາ 2017. ງານວາງສະແດງໄດ້ສະແດງພາບສີຂັດມັນ 21 ແຜ່ນຂອງນັກສິລະປິນ Yasiuk Vasili - ສະມາຊິກສະຫະສະມາຄົມນັກສິລະປິນ ເບລາຣຸດ

ຕອບກັບ

ຂ່າວ/ບົດ​ອື່ນ