ຊຸມວັນວັດທະນະທຳຍີ່ປຸ່ນ ຢູ່ແທງຮ໋ວາ

ຊຸມວັນວັດທະນະທຳຍີ່ປຸ່ນ ຢູ່ແທງຮ໋ວາ - ảnh 1
(ພາບປະກອບ)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 06 – 11/01, ຢູ່​ສະໜາມ​ຫຼວງ​ລາມ​ເຊີນ, ​ໂຮງ​ລະຄອນ​ລາມ​ເຊີນ, ນະຄອນ​ແທງ​ຮ໋ວາ, ​ໄດ້​ດຳ​ເນີນ “ຊຸມ​ວັນ​ວັດທະ​ນະ​ທຳ​ຍີ່ປຸ່ນ ຢູ່​ແທງ​ຮ໋ວາ” ດ້ວຍການ​ເຄື່ອນ​ໄຫວຢ່າງ​ຟົດ​ຟື້ນຫຼາຍ​ຢ່າງ, ​​ໂດຍ​ກົມ​ຮ່ວມ​ມື​ສາກົນ, ສູນ​​ແລກ​ປ່ຽນ​ວັດທະນະທຳ​ຍີ່ປຸ່ນ ປະຈຳ​ຫວຽດນາມ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ແທງ​ຮ໋ວາ ຈັດ​ຕັ້ງ, ​ເພື່ອ​​ເປີດ​ສາກ​ໃຫ້​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 - ​ແທງ​ຮ໋ວາ. ​ໃນ​ຂອບ​ເຂດຊຸມ​ວັນ​ວັດທະ​ນຳ​ທຳ​ຍີ່ປຸ່ນ ຢູ່​ແທງ​ຮ໋ວາ ​ໄດ້​ຈັດ​ງານ​ວາງສະ​ແດງ, ​​​ແນະນຳ​ວັດທະນະທຳ​ຍີ່ປຸ່ນ, ດ້ວຍ​ຂະໜາດພາບ​ໃຫຍ່ 67 ​ແຜ່ນ​ກ່ຽວ​ກັບ​ມໍລະດົກ​ວັດທະນະທຳ​ຍີ່ປຸ່ນ ​ແລະ ຕຸກກະຕາ​ຍີ່ປຸ່ນ 30 ​ປະ​ເພດ… ນອກຈາກ​ນັ້ນ, ຍັງ​ມີ​ການ​ເຄື່ອນ​ໄຫວ​ອື່ນໆ​ອີກ​ຄື: ການສະ​ແດງ​ຕີ​ກອງ Bati Holic ​ແລ​ະ ຟ້ອນ Yosakoi…

        ຊຸມ​ວັນ​ວັດທະ​ນະ​ທຳ​ຍີ່ປຸ່ນ ຢູ່​ແທງ​ຮ໋ວາ ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ແທງ​ຮ໋ວາ ​ເວົ້າ​ສະ​ເພາະ, ຊາວຫວຽດນາມ ​ເວົ້າ​ລວມ ກັບ​ປະຊາຊົນ​ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ