“ຊຸມວັນຫວຽດນາມ” ໄດ້ຈັດຕັ້ງເປັນຄັ້ງທຳອິດຢູ່ມຽນມາ

(VOVWORLD) -ພິທີໄຂລາຍການ “ຊຸມວັນຫວຽດນາມຢູ່ມຽນມາ” ຖືກດຳເນີນໃນຕອນບ່າຍຂອງວັນທີ 07 ພຶດສະພາຢູ່ ມຽນມາ ພຣາຊາ

“ຊຸມວັນຫວຽດນາມ” ໄດ້ຈັດຕັ້ງເປັນຄັ້ງທຳອິດຢູ່ມຽນມາ - ảnh 1 ທ່ານລ້ວນຖຸ່ຍເຢືອງເອກອັກຄະລັດຖະທູດຫວຽດນາມປະຈຳມຽນມາຖ່າຍຮູບເປັນທີ່ລະນຶກກັບແຂກສາກົນທີ່ຖືກເຊີນທີ່ພິທີໄຂ

(ພາບ: ສະຖານທູດຫວຽດນາມປະຈຳມຽນມາ)

ກ່າວຄຳເຫັນນະທີ່ນີ້, ທ່ານ ລ້ວນຖຸ່ຍເຢືອງ ເອກອັກຄະລັດຖະທູດຫວຽດນາມປະຈຳມຽນມາ ໃຫ້ຮູ້ວ່າ: ເຫດການດັ່ງກ່າວຈະໄດ້ດຳເນີນເປັນເວລາ 04 ວັນ ແຕ່ວັນທີ 7 – 10 ພຶດສະພາ, ດ້ວຍບັນດາການເຄື່ອນໄຫວສຳຄັນຫຼາຍຢ່າງ, ເຊິ່ງລວມມີ ງານຕະຫຼາດນັດການທ່ອງທ່ຽວ, ງານວາງສະແດງຮູບພາບ, ງານວາງສະແດງເຄື່ອງສິລະປະຫັດຖະກຳ, ການສະແດງສິລະປະພື້ນເມືອງ ແລະ ການສະແດງຊຸດອາພອນ. ນອກນັ້ນ, ຍັງໄດ້ຈັດກອງປະຊຸມສຳມະນາເຊື່ອມຕໍ່ບັນດາວິສາຫະກິດທີ່ເຄື່ອນໄຫວໃນຂະແໜງການທ່ອງທ່ຽວ ແລະ ເຄື່ອງສິລະປະຫັດຖະກຳ, ດ້ວຍການເຂົ້າຮ່ວມຂອງບໍລິສັດທ່ອງທ່ຽວ 25 ແຫ່ງ ແລະ ຜູ້ຕາງໜ້າບັນດາໝູ່ບ້ານອາຊີບຂອງຫວຽດນາມ ແລະ ມຽນມາ. ທ່ານເອກອັກຄະລັດຖະທູດ ຫວັງວ່າ ເຫດການດັ່ງກ່າວຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືວັດທະນະທຳ-ການທ່ອງທ່ຽວລະຫວ່າງສອງປະເທດ ແລະ ແລກປ່ຽນປະຊາຊົນລະຫວ່າງສອງຝ່າຍໃຫ້ດີກວ່າອີກ.

        ມີນັກສິລະປິນຫວຽດນາມກວ່າ 30 ຄົນ ໄດ້ເຂົ້າຮ່ວມພິທີໄຂ ແລະ ສະແດງບັນດາລາຍການສິລະປະທີ່ເປັນເອກະລັກສະເພາະ, ພິເສດແມ່ນບັນດາລາຍການໄດ້ປະກອບສ່ວນແນະນຳ, ໂຄສະນາມໍລະດົກວັດທະນະທຳບໍ່ແມ່ນວັດຖຸຂອງຫວຽດນາມ ທີ່ໄດ້ຮັບການຮັບຮອງຈາກ  UNESSCO ຄື ຂັບກວານຫໍ້ ແລະການເຫຼື້ອມໃສພິທີບູຊາພະແມ່.

ໃນຕອນເຊົ້າວັນທີ 08  ພຶດສະພາ, ໄດ້ຈັດພິທີໄຂງານວາງສະແດງຮູບພາບ “ຄົ້ນຫາຫວຽດນາມ”. ມີຮູບພາບກວ່າ 100 ແຜ່ນ ໄດ້ແນະນຳໃຫ້ແຂກມາທ່ຽວຊົມ ກ່ຽວກັບທັດສະນີຍະພາບທີ່ສວຍສົດງົດງາມຂອງປະເທດ ແລະ ຊາວຫວຽດນາມໂດຍສັງເຂບ.

ຕອບກັບ

ຂ່າວ/ບົດ​ອື່ນ