ຊຸມວັນຫວຽດນາມຢູ່ Qatar ແລະ UAE ປີ 2014

ຊຸມວັນຫວຽດນາມຢູ່ Qatar ແລະ UAE ປີ 2014 - ảnh 1
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
(ພາບປະກອບ)

(vovworld) - ​ ໃນຂອບເຂດການຢ້ຽມຢາມ 2 ປະເທດ Qatar ແລະ ສະຫະລັດອາຣັບເອັ້ມມີເຣັດ (UAE) ຢ່າງເປັນທາງການຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແຕ່ວັນທີ 12-18/12/2014, ກະຊວງການຕ່າງປະເທດສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈັດຕັ້ງ “ຊຸມວັນ ຫວຽດນາມ ຢູ່ Qatar ແລະ UAE ປີ2014” ເພື່ອແນໃສ່ຊຸກຍູ້ການຮ່ວມມືຫຼາຍດ້ານ ລະຫວ່າງຫວຽດນາມກັບ 2 ປະເທດດັ່ງກ່າວ ພ້ອມທັງເພີ່ມທະວີໂຄສະນາພາບພົດຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ.

      “ຊຸມວັນຫວຽດນາມຢູ່ Qatar ແລະ UAE ປີ 2014” ຈະດຳເນີນໄປໃນວັນທີ 14 ຫາ 15/12 ຢູ່ Doha ປະເທດ Qatar ແລະ ແຕ່ວັນທີ 15 ຫາ 17/12 ຢູ່ Abu Dhabi ແລະ Dubai ປະເທດ ສະຫະລັດອາມີເຣັດເອກະພາບ (UAE)ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍດ້ານການເມືອງ,ເສດຖະກິດ ແລະ ວັດທະນະທຳ. ໜຶ່ງໃນບັນດາຈຸດພົ້ນເດ່ັນຂອງເຫດການນັ້ນແມ່ນເວທີປາໄສຮ່ວມມືເສດຖະກິດ ຫວຽດນາມ- Qatar ຢູ່ Doha (14/12) ແລະ ເວທີປາໄສຮ່ວມມືເສດຖະກິດ ຫວຽດນາມ UAE ຢູ່ Dubai(16/12). ບັນດາການເຄື່ອນໄຫວ ໃນຂອບເຂດການຢ້ຽມຢາມ 2 ປະເທດ Qatar ແລະ UAE ຢ່າງເປັນທາງການ ຂອງທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເປັນປະຖົມປັດໃຈສຳຄັນ ໃນການຊຸກຍູ້ການພົວພັນອັນດີງາມກວ່າອີກລະຫວ່າງ ຫວຽດນາມ ກັບ Qatar ແລະ UAE, ສ້າງຄວາມສະດວກໃຫ້ແກ່ການເຊື່ອມຕໍ່ວົງຄະນາຍາດວິສາຫະກິດ, ບັນດາການເຄື່ອນໄຫວສົ່ງເສີມການລົງທຶນລະຫວ່າງ ຫວຽດນາມກັບ Qatar ແລະ UAE​.

ຂ່າວ/ບົດ​ອື່ນ