ຊຸມວັນຮ່າໂນ້ຍຢູ່ມົດສະກູ

ຊຸມວັນຮ່າໂນ້ຍຢູ່ມົດສະກູ - ảnh 1
(ຊຸມວັນຮ່າໂນ້ຍຢູ່ມົດສະກູ)

(vovworld) – ຕອນ​ຄໍ່າວັນ​ທີ 21/09, “ຊຸ​ມວັນ​ຮ່າ​ໂນ້ຍຢູ່​ມົດ​ສະ​ກູ” ປີ 2015, ຖືກ​ໄຂ​ຂຶ້ນ​ຢູ່​​ໃຈກາງ​ນະຄອນຫຼວງ​ມົດ​ສະ​ກູ, ປະ​ເທດ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ. ລາຍກາ​ນສະ​ແດງ​ສິ​ລະປະພື້ນ​ເມືອງ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຫວຽດນາມ ​ໄດ້​ເປີດ​ສາກ​ໃຫ້​​ການ​ເຄື່ອນ​ໄຫວຕ່າງໆ​ໃນ​ຂອບ​ເຂດ “ຊຸ​ມວັນ​ຮ່າ​ໂນ້ຍຢູ່​ມົດ​ສະ​ກູ”. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Sergey Treriomin, ລັດຖະມົນ, ຫົວໜ້າ​ກົມ​​ເສດຖະກິດ​ຕ່າງປະ​ເທດ​ມົດ​ສະ​ກູ, ​ເນັ້ນ​ນັກ​ວ່າ.

        “ອາດ​​ເວົ້າ​ໄດ້​ວ່າ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊ​ຍ ​ໄດ້​ຮັບ​ການ​ເພີ່​ມພູນ​ຄຸນ​ສ້າງ​ໃນ​ຕະຫຼອດໄລຍະ​ 60 ປີຜ່ານມາ. ການ​ພົວພັນ​ນັ້ນ​ໄດ້​ຜ່ານ​ຜ່າ​ການ​ທ້າ​ທາຍ, ຄວາມ​ຫຍຸ້ງຍາກ​ນາໆ​ປະການ ​ແຕ່​ຍັງຄົງ​ສືບ​ຕໍ່​ພັດທະນາ ​ແລະ ​ບັນດາ​ການ​ເຄື່ອນ​ໄຫວ​ຄື​ແນວ​ນີ້ ​ໄດ້​ຊ່ວຍ​ໃຫ້​ພວກ​ເຮົາ​ສາມາດ​ພັດທະນາ​ບັນດາ​ການ​​ພົວ​ພັນແລກປ່ຽນ​ດ້ານ​ເສດຖະກິດ, ການ​ເມືອງ ​ແລະ ວັດທະນະທຳ. ພວກ​ເຮົາ​ຍັງ​ບໍ່​ທັນ​ຂຸດ​ຄົ້ນຄວາມ​ສາມາດ​ບົ່ມຊ້ອນ​ໃຫ້​ໝົດ​ໄດ້​ເທື່ອ ​ແລະ ຫວັງ​ວ່າ, ​ໃນ​ອະ​ນາ​ຄົດ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ 2 ນະຄອນ​ອາດ​ຈະ​ເພີ່ມ​ຂຶ້ນ​ທົບ 2 – 3 ​ເທົ່າ​ເມື່ອ​ທຽບ​ໃສ່​ປະຈຸ​ບັນ”.

ຂ່າວ/ບົດ​ອື່ນ