ຊຸມວັນເອີລົບ2016ຢູ່ຫວຽດນາມຄັ້ງທີ6

ຊຸມວັນເອີລົບ2016ຢູ່ຫວຽດນາມຄັ້ງທີ6 - ảnh 1
ການປະຊຸມຂ່າວ “ຊຸມວັນເອີລົບຢູ່ ຫວຽດນາມ 2016”
(ພາບ: dangcongsan)

(vovworld) – “ຊຸມ​ວັນ​​ເອີ​ລົບ 2016” ຢູ່ ຫວຽດນາມ ຄັ້ງ​ທີ 6 ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 09/05 – 09/06/2016 ​ໂດຍ​ຄະນະ​ຜູ້ຕາງໜ້າ​ສະຫະພາບ ​ເອີ​ລົບ ປະຈຳ ຫວຽດນາມ, ສະຖານທູດ​ບັນດາ​ປະ​ເທ​ດ​ເປັນສະມາຊິກສະຫະພາບ ​ເອີ​ລົບ ປະຈຳ ຫວຽດນາມ ພ້ອມ​ກັບ​ສະ​ຖາ​ບັນ​ວັດທະນະທຳ ​ເອີ​ລົ​ບ ສົມທົບ​ກັນ​ຈັດ​ຕັ້ງ. “ຊຸມ​ວັນ​ເອີ​ລົບ​ຢູ່ ຫວຽດນາມ” ລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ຫລາຍ​ຮູບ​ຫລາຍ​ແບບ, ປະສານ​ສົມທົບ​ລະຫວ່າງ ດົນ​ດີ, ຮູບ​ເງົາ, ກິລາ…ຖືກດຳ​ເນີນຢູ່ ຮ່າ​ໂນ້ຍ, ດ່າ​ໜັງ, ນະຄອນ ​ໂຮ່ຈີ​ມິນ​ ຢ່າງ​ລຽນຕິດ. ການສະ​ແດງ​ດົນຕີ​ມີ​ຫົວ​ຂໍ້ ການພົບ​ປະ ​ເອີ​ລົບ - ອາຊີ ​ໃນສຽງ​ດົນຕີJazz ດຳ​ເນີນ​ໃນ​ເວລາ 20​ໂມງ00 ວັນ​ທີ 9 ​ແລະ ວັນ​ທີ 10/05 ຢູ່​​ໂຮງ​ລະຄອນ​ໃຫຍ່ຮ່າ​ໂນ້ຍ, ວັນ​ທີ 11/05 ຢູ່​ໂຮງ​ລະຄອນ​ໃຫຍ່​ນະຄອນ ​ໂຮ່ຈີ​ມິນ. “ຊຸມ​ວັນ ​ເອີ​ລົບ 2016” ຢູ່ ຫວຽດນາມ ຍັງ​ມີ​ບັນດາ​ເຫດການ​ທີ່​ໜ້າ​ສົນ​ໃຈ​ອື່ນ​ນັ້ນ​ແມ່ນ: ກອງ​ປະຊຸມ​ສຳ​ມະ​ນາ “ການ​ຮ່ວມ​ມື ຫວຽດນາມ - ສະຫະພາບ ​ເອີ​ລົບ: ​ແບ່ງປັນ​ບົດຮຽນ ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ລວມ​ໃນ​ຂົງ​ເຂດ​​ເຕີ​ບ​ໂຕຂຽວ ​ແລະ ພັດທະນາ​ແບບ​ຍືນ​ຍົງ”; ຊຸມ​ວັນວິທະຍາ​ສາດ ​ເຕັກ​​ໂນ​ໂລ​ຢີ ​ແລະ ຫົວຄິດ​ປະດິດ​ສ້າງ ອາ​ຊຽນ - ສະຫະພາບ ​ເອີ​ລົບ.

 

ຂ່າວ/ບົດ​ອື່ນ