ຊີຣີ, SNC ເລືອກຕັ້ງທ່ານ Abdelbasset Sida ເປັນປະທານຄົນໃໝ່

ຊີຣີ, SNC ເລືອກຕັ້ງທ່ານ Abdelbasset Sida ເປັນປະທານຄົນໃໝ່ - ảnh 1
ທ່າ​ນ Abdelbasset Sida ປະທານຂອງ SNC
( ພາບ: rnw.nl )


( vovworld ) -   ວັນ​ທີ 10/6, ສະພາຊົນ​ຊາດ​ຊີຣີ ( SNC ), ກຸ່ມຝ່າຍ​ຄ້ານ​ຕົ້ນ​ຕໍ່​ຢູ່​ຊີຣີ, ​ໄດ້​ເລືອກ​ຕັ້ງທ່າ​ນ Abdelbasset Sida ​ເປັນ​ປະທານຂອງ SNC ​ໃນ​ກອງ​ປະຊຸມ​ຢູ່ Istanbul, ປະ​ເທດ​ຕວກກີ. ພາຍຫຼັງ​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ປະທານ, ທ່ານ Sida ​​ຖະ​ແຫຼງວ່າ ຈະ​ໃຫ້​ບຸລິມະສິດ​ເລື່ອງປະຕິ​ຮູບ ​ແລະ ​ເປີດ​ກວ້າງ SNC, ຈັດ​ຕັ້ງ​ບັນດາ​ການ​ເຈລະ​ຈາ​ກັບ​ຝ່າຍ​ຄ້ານ​ອື່ນ ​ເພື​່ອຂົນຂວາຍ​ເຂົາ​ເຈົ້າ ​ເຂົ້າຮ່ວມ SNC. ຫຼັງ​ເຈາກ​ນັ້ນ​ໜຶ່ງ​ເດືອນ, ທ່ານ Sida ຈະ​ໂຮມ​ກອງ​ປະຊຸມ​ຄົບ​ຄະນະ SNC. ກ​ອງປະຊຸມ​ຄົບ​ຄະນະ​ນີ້​ອາດ​ຈະ​ເລືອກ​ຕັ້ງ​ຄະນະ​ເລຂາ​ໃໝ່ ​ແລະ ປະທານ​ຄົນ​ໃໝ່ ​ແລະ ທ່ານ Sida ອາດ​ຈະ​ຮັບ​ຕຳ​ແໜ່​ງ​ເປັນ​ການ​ນຳ​ຊົ່ວ​ຄາວ. ບັນດາ​ແຫຼ່ງຂ່າວ​ຈາກ​ຝ່າຍ​ຄ້ານ​ໄດ້​ຖື​ວ່າ ​ເລື່ອງ​ທ່ານ Sida ​ເ​ປັນ​ປະທານ SNC ຈະ​ຊ່ວຍ​ດຶງ​ດູດຊາວ ​ເຄີ​ດ ​ເຂົ້າ​ຮ່ວມ​ການ​ລູກ​ຮື້​ຂຶ້ນ​ເຊິ່ງຖືກແກ່ຍາວ​ເປັນ​ເວລາ 15 ​ເດືອນ​ທີ່​ຜ່ານ​ມາ​ຢູ່​ຊີຣີ. ປະຈຸ​ບັນຊາ​ວ ​ເຄີ​ດ ພວມ​ກວມ​ເອົາ​ 1 ລ້ານ​ຄົນຈຳນວນປະຊາກອນ 21 ລ້ານ​ຄົນ​ຂອງ​ຊີຣີ.

ຂ່າວ/ບົດ​ອື່ນ