ຊີຣີ: ກຳລັງຝ່າຍຄ້ານຖະແຫຼງຢຸດຕິການປະຕິບັດແຜນການສັນຕິພາບ

ຊີຣີ: ກຳລັງຝ່າຍຄ້ານຖະແຫຼງຢຸດຕິການປະຕິບັດແຜນການສັນຕິພາບ - ảnh 1
ກຳລັງຝ່າຍຄ້ານຢູ່ຊີຣີ ຢຸດຕິແຜນການຢຸດຍິງ
(ພາບ: AP)

(vovworld) – ວັນ​ທີ 4/6, ທ່ານ ພັນ​ຕີ Sami al Kurdi, ​ໂຄສົກ​ສະພາ​ການ​ທະຫານ​ຂອງ​ກຳລັງ​ຝ່າຍ​ຄ້ານ ຢູ່​ຊີຣີ ​ໄດ້​ຖະ​ແຫຼງວ່າ: ກຳລັງ​ນີ້ ບໍ່​ປະຕິບັດ​ຄຳ​ໝັ້ນ​ສັນຍາ ຕໍ່​ແຜນການ​ສັນຕິພາບ​ຂອງ​​ທູດ​ພິ​ເສດ​ລວມສະຫະ​ປະຊາ​ຊາດ - ສະຫະ​ພັນ ອາຣັບ (ຫຼື AL) ທ່ານ Kofi Annan ​​ເພາະ​ແຜນການ​ນີ້ ບໍ່​ສາມາດເຮັດ​ໃຫ້​ສະພາບ​ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ທີ່​ນອງ​ເລືອດ ຢູ່​ຊີຣີ ຢຸດຕິ​ລົງ​ໄດ້. ທ່ານ Sami al Kurdi ກໍ​ຖື​ວ່າ: ຄະນະ​ຜູ້​ສັງ​ເກດ​ການ​ຂອງ​ສະຫະ​ປະຊາ​ຊາດ ຢູ່​ປະ​ເທດ​ນີ້ ​ຕ້ອງ​ກາຍ​ເປັນ “ຄະນະ​​ປັບປຸງ​ສັນຕິພາບ” ຫຼື​ ວົງ​ຄະນະ​ຍາດ​ສາກົນ​ຄວນ​ມີ​ບັນດາ​ຄຳ​ຕັດສິນ​ຢ່າງ​ແຂງ​ແຮງ​ຄື: ຈັດ​ວາງ​ເຂດ​ຫ້າມ​ບິນ ຫຼື ສ້າງ​ເຂດສຳຮອງ ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ຢູ່​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ