ຊີີຣີ ຈັດສົ່ງກໍາລັງທະຫານໄປຍັງພາກເໜືອ ເພື່ອຮັບມືກັບກອງທັບຕວກກີ

(VOVWORLD) -ກອງທັບຊີຣີ ໄດ້ຈັດສົ່ງກອງພົນນ້ອຍທະຫານບົກ 3 ກອງ ເດີນທາງໄປທາງທິດຕາເວັນອອກ ແມ່ນໍ້າ Euphrates.
ຊີີຣີ ຈັດສົ່ງກໍາລັງທະຫານໄປຍັງພາກເໜືອ ເພື່ອຮັບມືກັບກອງທັບຕວກກີ - ảnh 1ກອງທັບຊີຣີ ໄດ້ຈັດສົ່ງກອງພົນນ້ອຍທະຫານບົກ 3 ກອງ ເດີນທາງໄປທາງທິດຕາເວັນອອກ ແມ່ນໍ້າ Euphrates (ພາບ: TTXVN) 

        ວັນທີ 20 ຕຸລາ, ສື່ມວນຊົນຕາເວັນອອກກາງ ໄດ້ຄັດສະເໜີແຫຼ່ງຂ່າວທາງການທະຫານຢູ່ສະໜາມຮົບໃຫ້ຮູ້ວ່າ ກອງທັບຊີຣີ ໄດ້ຈັດສົ່ງກອງພົນນ້ອຍທະຫານບົກ 3 ກອງ ເດີນທາງໄປທາງທິດຕາເວັນອອກ ແມ່ນໍ້າ Euphrates. ບັນດາກົມກອງດັ່ງກ່າວ ຈະຜັນຂະຫຍາຍຢູ່ແຂວງ Al – Hasakah, ພາກເໜືອ ຊີຣີ, ເຊິ່ງເປັນບ່ອນທີ່ຕວກກີ ຜັນຂະຫຍາຍບັ້ນການທະຫານ ເພື່ອແນໃສ່ບຸກໂຈມຕີກໍາລັງຊາວ Kurd. ປັດຈຸບັນ, ກອງທັບລັດຖະບານ ຊີຣີີ ໄດ້ຄວບຄຸມທົ່ວນະຄອນ Manbij, ຢູ່ທາງຕາເວັນອອກສ່ຽງເໜືອ ຊີຣີີ ແລະ ບັນດາເຂດໃກ້ຄຽງ.  ເລື່ອງຜັນຂະຫຍາຍກໍາລັງທະຫານດັ່ງກ່າວ ໄດ້ດໍາເນີນພາຍຫຼັງ Damascus ແລະ ອໍານາດການປົກຄອງ ຊາວ Kurd ບັນລຸໄດ້ຂໍ້ຕົກລົງໜູນຊ່ວຍເຊິ່ງກັນ ແລະ ກັນ ເພື່ອຮັບມືກັບບັ້ນການທະຫານ ຂອງ ຕວກກີ.

ຕອບກັບ

ຂ່າວ/ບົດ​ອື່ນ