ຊີຣີ ຈະອະນຸຍາດ ໃຫ້ບັນດານັກກວດກາສະຫະປະຊາຊາດ ເຂົ້າໄປກວດກາສະຖານທີ່ບຸກໂຈມຕີດ້ວຍທາດເຄມີ

ຊີຣີ ຈະອະນຸຍາດ ໃຫ້ບັນດານັກກວດກາສະຫະປະຊາຊາດ ເຂົ້າໄປກວດກາສະຖານທີ່ບຸກໂຈມຕີດ້ວຍທາດເຄມີ - ảnh 1
ເກີດ​ເຫດບຸກ​ໂຈມ​ຕີ​ດ້ວຍ​ທາດ​ເຄມີ
(ພາບ: reuters.com)


(vovworld) - ວັນ​ທີ 24 ສິງຫາ, ທ່ານ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ອີຣານ Mohammad Javad Zarif ​ໃຫ້​ຮູ້​ວ່າ ຊີຣີ ຈະ​ອະນຸ​ຍາດ​ໃຫ້​ບັນດາ​ນັກ​ກວດກາສະຫະ​ປະຊາ​ຊາດ ​ເຂົ້າ​ໄປ​ສະຖານ​ທີ່​ມໍ່ກັບນະຄອນຫຼວງ Damascus, ​ແມ່ນ​ສະຖານ​ທີ່​​ຖືກ​ຖື​ວ່າ​ໄດ້​ເກີດ​ເຫດບຸກ​ໂຈມ​ຕີ​ດ້ວຍ​ທາດ​ເຄມີ. ສຳນັກ​ຂ່າວສານ​ທາງ​ການ IRNA ຂອງ​ອີຣານ ​ໄດ​​້ຄັດ​ຄຳ​ເວົ້າ​ຂອງ​ທ່ານ Zarif ​ໂດຍ​ໃຫ້​ຮູ້​ວ່າ ​ໃນການ​ແລກປ່ຽນ​ທາງ​ໂທລະ​ສັບ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຊີຣີ Walid al Moallen ຢືນຢັນ​ວ່າ ລັດຖະບານ​ຊີຣີ ພວມ​ຮ່ວມ​ມື​ກັບ​ຄະນະ​ພັກ​ກວດກາສະຫະ​ປະຊາ​ຊາດ ທີ່​ພວມ​ມີໜ້າ​ຢູ່​ຊີຣີ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຢ້ຽມຢາມ​ເຂດ​ຖືກ​ບັນດາ​ກຸ່ມ​ກໍ່​ການ​ຮ້າຍ​ບຸກ​ໂຈມ​ຕີ ດ້ວຍ​ທາດ​ເຄມີ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຊ່ອງ​ໂທລະພາບ​ແຫ່ງ​ຊາດ​ຊີຣີ ​ໃຫ້​ຮູ້​ວ່າ ທະຫານ​ລັດຖະບານ​ໄດ້​ພົບ​ເຫັນ​ອາວຸດ​ເຄມີ ​ໃນ​ບັນດາ​ຂຸມ​ໃຕ້​ດິນ​ຂອງ​ພວກ​ທະຫານ​ກະບົດ​ຢູ່​ເຂດ Jobar ຂຶ້ນ​ກັບ​ຊານ​ນະຄອນ Damascus.

        ​ໃນ​ຂະນະ​ນັ້ນ, ​ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ເມື່ອ​ວັນ​ທີ 24 ສິງຫາ, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ທີ່​ສຸດ ຕໍ່ໜ້າ​ແຫຼ່ງຂ່າວ​ຖື​ວ່າ ອຳນາດ​ການ​ປົກຄອງ​ຊີຣີ ​ໄດ້​ນຳ​ໃຊ້​ອາ​ວຸດ​ເຄມີ ​ແນ​ໃສ່ສາມັນ​ຊົນ.
ຂ່າວ/ບົດ​ອື່ນ