ຊີຣີ ຍູ້ ບັນດາການບຸກໂຈມຕີທາງອາກາດຂອງ ອິດສະຣາແອນ ຢູ່ Aleppo ໃຫ້ຖອຍໄປ

(VOVWORLD) -ອົງການຕິດຕາມກ່ຽວກັບສິດທິມະນຸດ ຊີຣີ (SOHR) ໃຫ້ຮູ້ວ່າ ເຫດບຸກໂຈມຕີຂອງ ອິດສະຣາແອັນ ແມ່ນເລັ່ງໃສ່ບັນດາສາງລູກປືນຂອງກໍາລັງ ອີຣານ ແລະ ບັນດາກຸ່ມສໍາພັນທະມິດ ແລະ ໄດ້ເກີດລະເບີດຂຶ້ນຢ່າງແຮງ”.

  ວັນທີ 27 ມີນາ, ຊີຣີ ໃຫ້ຮູ້ວ່າ ອິດສະຣາແອັນ ໄດ້ບຸກໂຈມຕີບັນດາເປົ້າໝາຍຢູ່ທາງພາກເໜືອນະຄອນ Aleppo ຂອງປະເທດນີ້ ແລະລະບົບປ້ອງກັນທາງອາກາດຂອງ Damacus  ທີ່ຍິງບັນດາລູກສອນໄຟຕົກຈໍານວນໜຶ່ງ.

        ສໍານັກຂ່າວສານທາງການຂອງ ຊີຣີີ SANA ໄດ້ຄັດສະເໜີແຫຼ່ງຂ່າວຈາກທະຫານທີ່ຍັງບໍ່ຮູ້ຊື່ ໂດຍເວົ້າວ່າ: “ກໍາລັງປ້ອງກັນທາງອາກາດຂອງ ຊີຣີ ໄດ້ຍູ້ ການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ໃຫ້ຖອຍໄປ ເລັ່ງໃສ່ບໍລິສັດຈໍານວນໜຶ່ງຢູ່ເຂດອຸດສາຫະກໍາ Sheikh Najjar, ທິດຕາເວັນອອກສ່ຽງເໜືອຂອງນະຄອນ Aleppo ແລະ ຍິງ ລູກສອນໄຟຕົກ ຂອງພວກສັດຕູຕົກຈໍານວນໜຶ່ງ”. ສາມັນຊົນຢູ່ນະຄອນ Aleppo ຈໍານວນໜຶ່ງໃຫ້ຮູ້ວ່າ ເຫດບຸກໂຈມຕີດັ່ງກ່າວ ໄດ້ເຮັດໃຫ້ທົ່ວນະຄອນຖືກຕັດໄຟ. ອົງການຕິດຕາມກ່ຽວກັບສິດທິມະນຸດ ຊີຣີ (SOHR) ໃຫ້ຮູ້ວ່າ ເຫດບຸກໂຈມຕີຂອງ ອິດສະຣາແອັນ ແມ່ນເລັ່ງໃສ່ບັນດາສາງລູກປືນຂອງກໍາລັງ ອີຣານ ແລະ ບັນດາກຸ່ມສໍາພັນທະມິດ ແລະ ໄດ້ເກີດລະເບີດຂຶ້ນຢ່າງແຮງ”.

        ຖ້າຫາກໄດ້ຮັບການຢັ້ງຢືນແລ້ວ, ນີ້ຈະແມ່ນເຫດບຸກໂຈມຕີທໍາອິດ ໃສ່ຜືນແຜ່ນດິນຂອງ ຊີຣີ ນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ລົງນາມໃນຖະແຫຼງການຮັບຮອງເຂດພູພຽງ Golan ແມ່ນຂຶ້ນກັບ ອະທິປະໄຕຂອງອິດສະຣາແອັນ ເຊິ່ງເຄີຍຖືກ Tel Aviv ໂຮມເຂົ້າຜືນແຜ່ນດິນຂອງຕົນເມື່ອປີ 1981 ພາຍຫຼັງຢຶດມາໄດ້ຈາກ ຊີຣີ ໃນສົງຄາມ ຕາເວັນອອກກາງ ເມື່ອປີ 1967.


ຕອບກັບ

ຂ່າວ/ບົດ​ອື່ນ