ຊີຣີ ຍົກອອກ ຂໍ້ສະເໜີໃໝ່ກ່ຽວກັບການ ທຳລາຍສາງອາວຸດເຄມີ

ຊີຣີ ຍົກອອກ ຂໍ້ສະເໜີໃໝ່ກ່ຽວກັບການ ທຳລາຍສາງອາວຸດເຄມີ - ảnh 1
(ພາບ: Nowtheendbegins)

(vovworld) - ​​ຊີຣີ ຍົກ​ອອກ​ຂໍ້​ສະ​ເໜີ​ໃໝ່​ກ່ຽວ​ກັບ​ການ​ທຳລາຍ​ສາງ​ອາວຸດ​ເຄມີ, ​ຕາມ​ນັ້ນ​ແລ້ວ, ຊີຣີ ຈະ​ຂົນ​ສົ່ງ​ບັນດາ​ອາວຸດ​ເຄມີ​ອອກ​ຈາກ​ປະ​ເທດ​ຕາ​ເວັນ​ອອກາງ​ນີ້​ໃຫ້ສຳ​ເລັດ ກອ່ນກາງ​ເດືອນ 4 ທີ່​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ເມື່ອ​ວັນ​ທີ 25/02, ພາຍຫຼັງ​ຂໍ້​ສະ​ເໜີ​ຂອງ​ຊີຣີ, ທ່ານ​ຜູ້ອຳ​ນວຍການ​ໃຫຍ່ OPCW Ahmet Uzumcu ​ໃຫ້​ຮູ້​ວ່າ ທ່ານ​ມີ​ຄວາມ​ປະ​ເອີ​ບ​ໃຈ​ວ່າ ແຜນການ​ຍົກຍ້າຍ​ຈະ​ສາ​ມາດ​ປະຕິບັດ​ໄດ້. ​ແຕ່​ທ່ານ​ກໍ່​ຖື​ວ່າ, ​ຮອດ​ທ້າຍ​​ເດືອນ 6 ຫຼື ຊ້າ​ກວ່າ​ໜ້ອຍ​ໜຶ່ງຈຳນວນ​ອາວຸດ​ເຄມີ​ດັ່ງກ່່າວຈຶ່ງ​ທຳລາຍ​ໝົດ​ໄດ້. ສະພາ​ບໍລິຫານ OPCW ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ຂໍ້​ສະ​ເໜີ​​ໃໝ່​ຂອງ​ຊີຣີ.

        ພາຍຫຼັງທີ່​ບໍ່​ສາມາດປະຕິບັດ​ຖືກຕາມ​ກຳນົດ​ເວລາ​ສຸດ​ທ້າຍກ່ຽວ​ກັບ​ການ​ຂົນ​ສົ່ງ​ອາວຸດ​ເຄມີ​ທັງ​ໝົດ​ອອກ​ຈາກ​ຊີຣີ​ໃນ​ວັນ​ທີ 05/02, ຊີຣີ ສະ​ເໜີ​ແກ່ຍາວເວລາຕື່ມ​ອີກ 100 ວັນ​ເພື່ອ​ຂົນ​ສົ່ງ​ຈຳນວນ​ອາວຸດ​ເຄມີ​ນີ້, ຮອດ​ທ້າຍ​ເດືອນ 5 ຈຶ່ງ​​ສຳ​ເລັດ ​ແລະ ຖ້າ​ຄື​ແນວ​ນັ້ນ ຈະ​ບໍ່​ມີ​ເວລາ​ຢ່າງ​ພຽງພໍ​ເພື່ອ​ທຳລາຍ​ສາງ​ອາວຸດ​ເຄມີໃຫ້​ສຳ​ເລັດ​ໃນ​ທ້າຍ​ເດືອນ 6 ​ໄດ້. ປະຈຸ​ບັນ OPCW ​ແລະ ສະຫະ​ປະຊາ​ຊາດ ຍັງ​ກໍ່​ຄວາມ​ກົດ​ດັ່ນ​ເພື່ອ​ຖອນ​ເວລາ​ຂົນ​ສົ່ງ​ອາວຸດ​ເຄມີ​ອອກ​ຈາກ​ຊີຣີ.

ຂ່າວ/ບົດ​ອື່ນ