ຊີຣີ ຖະແຫລງຢືດຄອງຄືນ ນະຄອນຫລວງ Damascus ທັງໝົດ

ຊີຣີ ຖະແຫລງຢືດຄອງຄືນ      ນະຄອນຫລວງ Damascus ທັງໝົດ - ảnh 1
ການປະທະກັນຢູ່ນະຄອນ Aleppo
ພາບ: Reuters


(vovworld) -  ທະຫານ ຊີຣີ ຫາ​ກໍ​ຢືດຄອງ​ຄືນ​ນະ​ຄອນ​ຫລວງ Damascus ທັງ​ໝົດ ພ້ອມ​ທັງ​ພວມ​ຍູ້​ແຮງ​ບັ້ນ​ຮົບ​ບຸກ​ໂຈມ​ຕີ​ຕ້ານ​ຝ່າຍ​ຄ້ານ​ຢູ່ Aleppo ຊື່​ງ​ແມ່ນ​​ໃຈກາງ​ການ​ຄ້າ ​ແລະ ​ແມ່ນ​ນະຄອນ​ຍຸດ​ທະ​ສາດ​ຢູ່​ພາກ​ເຫນືອ ຊີຣີ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ຢູ່​ເຂດ Tadamun ຊຶ່ງ​ແມ່ນ​ທີ່​ໝັ້ນ​ສຸດ​ທ້າຍ​ຂອງ​ຝ່າຍ​ຄ້ານ​ຢູ່​ນະຄອນຫລວງ ​ແລະ ກໍ​ແມ່ນ​​ແຫ່ງ​ທີ່​ຫາ​ກໍ່​ເກີດ​ການ​ປະ​ທະ​ກັນ​ທີ່​ນອງ​ເລືອດຄັ້ງ​ຕ່າງໆ​​ໃນ​ວັນ​ທີ 4/8 ຜ່ານ​ມາ, ນາຍ​ພົນ​ທ່ານ​ຫນຶ່ງ​ໃຫ້​ຮູ້​ວ່າ: ກຳລັງ​ທະຫານ​ຂອງ​ລັດຖະບານ​ໄດ້​ປິດລ້ອມ​ທຸກເມືອງ​​ຢູ່ Damascus ​ແລະ​ ຢືດຄອງ​ຄືນ​ນະຄອນຫລວງທັງ​ໝົດ​ໃນ​ເວລາ 14 ​ໂມງຂອງ​ວັນ​ທີ 4/8 ຕາມ​​ເວລາ​ທ້ອງ​ຖິ່ນ. ນັກ​ການ​ເມືອງ Lena al Shami ກໍ​ຮັບ​ຮູ້​ວ່າ ທະຫານ​ຊີຣີ ​ເສລີ (FSA) ຝ່າຍ​ຄ້ານ​ໄດ້​ຖອນ​ກຳລັງ​ອອກ​ຈາກ Tadamun ​ແຕ່​ໃຫ້​ຮູ້​ວ່າ: ບັນດາ​ມື​ປືນ​ຂຶ້ນ​ກັບ​ກຳລັງ​ນີ້​ຍັງ​ຄົງ​ມີຫນ້າ​ຢູ່​ບາງ​ຈຸດ​ໃນ​ນະຄອນຫລວງ. ​ໃນ​ຂະນະ​ນັ້ນ ການ​ປະ​ທະ​ກັນ​ຍັງ​ສືບ​ຕໍ່​ເກີດ​ຂຶ້ນ​ຢ່າງ​ແຮງ​ຢູ່​ນະຄອນ Aleppo. ​ເຈົ້າ​ຫນ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ຂັ້ນ​ສູງ​ຂອງ​ລັດຖະບານ​ໃຫ້​ຮູ້​ວ່າ: ລັດຖະບານ ຫາ​ກໍ່​ສົ່ງ​ນາຍ​ທະຫານ 20.000 ຄົນ​​ໄປ​​ເຖິງນະຄອນ​ນີ້​ເພື່ອກະກຽ​ມ​ໃຫ້​ແກ່​ບັ້ນ​ບຸກ​ໂຈມ​ຕີ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ