ຊີຣີ: ທະຫານປະສົບໂດຍ ອາເມລິກາ ນຳໜ້າບຸກໂຈມຕີທາງອາກາດຢູ່ Raqqa ເຮັດໃຫ້ສາມັນຊົນຖືກເສຍຊີວິດ

(VOVWORLD) - ບັນດານັກເຄື່ອນໄຫວມະນຸດສະທຳ ຊີຣີ ໃຫ້ຮູ້ວ່າ: ວັນທີ 10 ມິຖຸນາ, ຢ່າງໜ້ອຍສຸດມີ 7 ຄົນເສຍຊີວິດໃນການບຸກໂຈມຕີທາງອາກາດຂອງທະຫານ ປະສົມໂດຍ ອາເມລິກາ ນຳໜ້າທີ່ດຳເນີນຢູ່ນະຄອນຫຼວງ Raqqa ທາງທິດເໜືອຂອງ ຊີຣີ, ບ່ອນທີ່ໄດ້ຮັບຖືວ່າ ແມ່ນເມືອງເອກຂອງທະຫານແຕກທັບລັດອິດສະລາມ (IS).

ຊີຣີ: ທະຫານປະສົບໂດຍ ອາເມລິກາ ນຳໜ້າບຸກໂຈມຕີທາງອາກາດຢູ່ Raqqa ເຮັດໃຫ້ສາມັນຊົນຖືກເສຍຊີວິດ - ảnh 1ສະມາຊິກຂອງ SDF ໄປລາດເຕເວນຢູ່ Hazima

(ພາບ: ສຳນັກຂ່າວສານ ຫວຽດນາມ)

ໃນຂະນະນັ້ນ, ອົງການຕິດຕາມກວດກາສິດທິມະນຸດ ຊີຣີ (SOHR) ມີສຳນັກງານຢູ່ ອັງກິດ ຖືວ່າ: ສາມັນຊົນ 13 ຄົນໄດ້ເສຍຊີວິດໃນບັນດາການບຸກໂຈມຕີດ້ວຍເຮືອບິນຂອງທະຫານປະສົມໃນ 24 ຊົ່ວໂມງຜ່ານມາ.

        ບັນດາກຳລັງຢູ່ ຊີຣີ ໂດຍອາເມລິກາ ສະໜັບສະໜູນໄດ້ບຸກເລິກເຂົ້ານະຄອນ Raqqa. ບັນດາກຳລັງປະຊາທິປະໄຕ ຊີຣີ (SDF), ກຸ່ມປະກອບອາວຸດຊາວ Kurd ແລະ ຊາວ ອາຣັບ ໂດຍທະຫານປະສົມ ດ້ວຍການໜູນຫຼັງຂອງ ອາເມລິກາ, ເລີ່ມບຸກໂຈມຕີເຂົ້າ Raqqa ແຕ່ວັນທີ 6 ມິຖຸນາ ຜ່ານມາພາຍຫຼັງ ບັນດາເສັ້ນທາງລຳລຽງຂົນສົ່ງເຄື່ອງໜູນຊ່ວຍເຂົ້ານະຄອນນີ້ຖືກຕັດຕອນຫຼາຍເດືອນ.

ຕອບກັບ

ຂ່າວ/ບົດ​ອື່ນ