ຊີຣີ: ບັນດາມືປືນ ຊາວ Kurd ຖອນຕົວອອກຈາກ Manbij

(VOVWORLD) -ເລື່ອງບັນດາມືປືນຊາວ Kurd ຖອນກໍາລັງ ໄດ້ລະບຸໄວ້ໃນຂໍ້ຕົກລົງສ່ວນໜຶ່ງ ເພື່ອແນໃສ່ “ຟື້ນຟູຊີວິດການເປັນຢູ່ປະຈໍາວັນໃຫ້ແກ່ປະຊາຊົນ ຢູ່ບັນດາເຂດທາງທິດເໜືອຂອງ ຊີຣີ”

        ວັນທີ 02 ມັງກອນ, ມີຂະບວນລົດ 30 ຄັນ ໄດ້ຂົນສົ່ງບັນດາມືປືນຊາວ Kurd ຖອນຕົວອອກຈາກນະຄອນ Manbij ຢູ່ທາງພາກເໜືອ ຊີຣີ ເພື່ອ ສົ່ງໄປເຖິງບັນດາເຂດທາງທິດຕາເວັນອອກແຄມຝັ່່ງແມ່ນໍ້າ Euphrates. ຕາມກະຊວງປ້ອງກັນປະເທດ ຊີຣີ ແລ້ວ, ເລື່ອງບັນດາມືປືນຊາວ Kurd ຖອນກໍາລັງ ໄດ້ລະບຸໄວ້ໃນຂໍ້ຕົກລົງສ່ວນໜຶ່ງ ເພື່ອແນໃສ່ “ຟື້ນຟູຊີວິດການເປັນຢູ່ປະຈໍາວັນໃຫ້ແກ່ປະຊາຊົນ ຢູ່ບັນດາເຂດທາງທິດເໜືອຂອງ ຊີຣີ”. ຂະບວນລົດດັ່ງກ່າວ ໄດ້ເດີີນທາງໄປຮອດເທດສະບານເມືອງ Qura Qozan  ຢູ່ທິດຕາເວັນອອກຢູ່ແຄມຝັ່ງແມ່ນໍ້າ Euphrates, ເຊິ່ງຫ່າງຈາກນະຄອນ Manbij  ໄປທາງທິດຕາເວັນອອກສ່ຽງເໜືອ ປະມານ 25 km. ກະຊວງປ້ອງກັນປະເທດ ຊີຣີີ ໃຫ້ຮູ້ວ່າ ມີມືປືນ ຊາວ Kurd ປະມານ 400 ຄົນ ໄດ້ຖອນຕົວອອກຈາກ Manbij ນັບແຕ່ວັນທີ 01 ມັງກອນ.


ຕອບກັບ

ຂ່າວ/ບົດ​ອື່ນ