ຊີຣີ ປົດປ່ອຍຖານທີ່ໝັ້ນສຸດທ້າຍຂອງ IS ຢ່າງສົມບູນ

(VOVWORLD) - ວັນທີ 09 ພະຈິກ, ກອງທັບ ຊີຣີ ຖະແຫຼງວ່າ ໄດ້ປົດປ່ອຍນະຄອນ Al Bukamal ຈາກ IS. 
ຊີຣີ ປົດປ່ອຍຖານທີ່ໝັ້ນສຸດທ້າຍຂອງ IS ຢ່າງສົມບູນ - ảnh 1ພົນທະຫານ ແລະ ລັດຖັງຂອງກອງທັບ ຊີຣີ (ພາບ:THX/TTXVN)

ນະຄອນ Al Bukamal ຖານທີ່ໝັ້ນສຸດທ້າຍຂອງອົງການ “ລັດອິດສະລາມ” (IS) ຢູ່ ຊີຣີ, ອີກຄັ້ງໜຶ່ງຖືກຄວບຄຸມພາຍໃຕ້ການປົກຄອງຂອງກອງທັບ ຊີຣີ ແລະ ບັນດາກຳລັງສຳພັນທະມິດ, ເຮັດໃຫ້ “ລາຊະອານາຈັກ ອິດສະລາມ” ຂອງ IS ໃກ້ຈະຮອດມື້ລົ້ມລະລາຍ. ນີ້ເປັນຄັ້ງທີ 2, ທີ່ກອງທັບ ຊີຣີ ຍາດເອົາຄືນສິດຄວບຄຸມນະຄອນ Al Bukamal ຈາກ IS. ກ່ອນໜ້ານັ້ນ, ວັນທີ 09 ພະຈິກ, ກອງທັບ ຊີຣີ ຖະແຫຼງວ່າ ໄດ້ປົດປ່ອຍນະຄອນ Al Bukamal ຈາກ IS. ເຖິງຢ່າງໃດກໍ່ຕາມ ພາຍຫລັງການປົດປ່ອຍນັ້ນ ເປັນເວລາ 2 ວັນ, IS ໄດ້ຕ່າວໂຈມຕີຢືດຄອງນະຄອນນີ້ຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ