ຊີຣີ ປະກາດ ຍິງເຮືອບິນບໍ່ມີຄົນຂັບຕົກ 02 ລໍາ

(VOVWORLD) -ກໍາລັງປ້ອງກັນອາກາດປະເທດຊີຣີ  ໄດ້ ຍິງເຮືອບິນບໍ່ມີຄົນຂັບລໍາໜ່ຶງຕົກຢູ່ທາງພາກໃຕ້ແຂວງ Quneitra.

        ສໍານັກຂ່າວສານ SANA ຂອງ ຊີຣີ ໃນວັນທີ 21 ກັນຍາ ໃຫ້ຮູ້ວ່າ ກໍາລັງປ້ອງກັນອາກາດປະເທດນີ້ ໄດ້ຍິງເຮືອບິນບໍ່ມີຄົນຂັບລໍາໜ່ຶງຕົກຢູ່ທາງພາກໃຕ້ແຂວງ Quneitra. ນີ້ແມ່່ນເຫດການຍິງເຮືອບິນບໍ່ມີຄົນຂັບຕົກລໍາທີ 2 ຢູ່ເຂດນີ້ ໃນຮອບເວລາ 48 ຊົ່ວໂມງຜ່ານມາ.

        ເຮືອບິນບໍ່ມີຄົນຂັບ ຖືກຍິງຕົກຢູ່ເຂດຊົນນະບົດແຂວງ Quneitra, ທາງທິດຕາເວັນຕົກສ່ຽງໃຕ້ ຂອງນະຄອນຫຼວງ Damascus. ເຮືອບິນໄດ້ບັນຈຸລະເບີດ ແລະ ທາດລະເບີດ C4.  ແລະ ກ່ອນໜ້ານັ້ນວັນທີ 19 ກັນຍາ, ກໍາລັງປ້ອງກັນອາກາດ ຊີຣີ ກໍໄດ້ຍິງເຮືອບິນບໍ່ມີຄົນຂັບຕົກ ລໍາໜຶ່ງຢູ່ບ້ານ Aqraba, ທາງທິດຕາເວັນອອກສ່ຽງໃຕ້ຂອງ Damascus. ປັດຈຸບັນ, ຍັງບໍ່ທັນກໍານົດໄດ້ວ່າ ເຮືອບິນ 2 ລໍາດັ່ງກ່າວແມ່ນບິນມາຈາກໃສ.


ຕອບກັບ

ຂ່າວ/ບົດ​ອື່ນ