ຊີຣີ ປະຕິເສດຄຳວິຈານ ກ່ຽວກັບສະພາບເສີກກາງເມືອງ

ຊີຣີ ປະຕິເສດຄຳວິຈານ      ກ່ຽວກັບສະພາບເສີກກາງເມືອງ - ảnh 1
ທ່ານ Herve Ladsousຫົວ​ຫນ້າ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະ​ຫະປະຊາ​ຊາດ
ພາບ:xaluan.com


(vovworld) - ວັນ​ທີ 13/6 ກະຊວງການ​ຕ່າງປະ​ເທດ ຊີຣີ ຖະ​ແຫລ​ງວ່າ ຄຳ​ວິຈານ​ຂອງ​ຫົວ​ຫນ້າ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະ​ຫະປະຊາ​ຊາດ ທ່ານ Herve Ladsous ວ່າ: ຊີຣີ ພວມ​ຕົກ​ເຂົ້າ​ສູ່​ສະພາບ​ເສີກ​ກາງ​ເມືອງ ​ແມ່ນ​ການ​ສ່ອງ​ແສງ​ບໍ່​ມີ​ມູນ​ຄວາມ​​ຈິງ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ໃນ​ປະ​ເທດ​ນີ້. ກະຊວງ​ການ​ຕ່າງປ​ະ​ເທດ ຊີຣີ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ເຈົ້າ​ຫນ້າ​ທີ່​ຂອງ​ສະ​ຫະປະຊາ​ຊາດ ຄວນ​“ເປັນກາງ, ພາວະ​ວິ​ໄສ ​ແລະ ຊັດ​ເຈນ”. ລັດຖະບານ ຊີຣີ ຍາມ​ໃດ​ກໍ​ກ່າວຫາ​ກຳລັງ​ທະຫານ​ເສລີ ຊີຣີ ຂອງ​ຝ່າຍ​ຄ້ານ ​ແລະ ກຸ່ມ​ປະກອບ​ອາວຸດ​ອື່ນ ​ແມ່ນ​​ກໍ່​ກາ​ນຮ້າຍ ພ້ອມ​ທັງ​ຖື​ວ່າ ອາ​ເມ​ລິ​ກາ ​ແລະ ປະ​ເທດ​ພັນທະ​ມິດ​ໃນ​ພາກ​ພື້ນ​​ໄດ້​ສະຫນັບສະຫນຸູນບັ້ນ​ຮົບຕ່າງໆ​ຂອງ​ບັນດາ​ກຳລັງ​ນີ້. ​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ລັດ​ເຊຍ Sergei Lavrov ກ່າວຫາ ອາ​ເມ​ລິ​ກາ​ສະຫນອງ​ອາວຸດ​ໃຫ້​ແກ່​ກຳລັງ​ຄັດຄ້ານ  ​ຢູ່ ຊີຣີ ​ເຮັດ​ໃຫ້ການ​ປະ​ທະ​ກັນ​ຢູ່​ປະ​ເທດ​ນີ້​ຮ້າຍ​ແຮງ​ຂຶ້ນ​ຕື່ມ. ນີ້​ເປັນ​ຄັ້ງ​ທຳ​ອິດທີ່ ລັດ​ເຊຍ​ ຕຳ​ນິຕິ​ຕຽນ ອາ​ເມ​ລິ​ກາ​ໂດຍ​ກົງ.

ຂ່າວ/ບົດ​ອື່ນ