ຊີຣີ ປະເຊີນໜ້າກັບການບຸກໂຈມຕີລູກສອນໄຟຂອງ ອິດສະຣາແອນ

(VOVWORLD) - ບັນດາເປົ້າໝາຍຖືກບຸກໂຈມຕີຢູ່ ຊີຣີ ລວມມີ: ເຂດທະຫານປະສົມຂຶ້ນກັບກອງພົນ 4, ບັນດາສະຖານທີ່ ຣາດາ ແລະ ກຳລັງປຶນໃຫຍ່ຂອງກອງທັບ ຊີຣີ. ກຳລັງປ້ອງກັນອາກາດຊີຣີ ໄດ້ຍິງສະກັດກັ້ນລູກສອນໄຟຕົກຈຳນວນໜຶ່ງ

ວັນທີ 9 ເມສາ, ກະຊວງປ້ອງກັນປະເທດ ຊີຣີ ໃຫ້ຮູ້ວ່າ: ກຳລັງປ້ອງກັນອາກາດຂອງປະເທດນີ້ໄດ້ໂຕ້ຕອບການບຸກໂຈມຕີດ້ວຍລູກສອນໄຟຂອງ ອິດສະຣາແອນ. ປະມານເວລາ 5 ໂມງເຊົ້າວັນດຽວກັນ, ອິດສະຣາແອນ ໄດ້ປະຕິບັດການບຸກໂຈມຕີທາງອາກາດ ແນໃສ່ເຂດພູພຽງ Golan ຂອງປະເທດ ຊີຣີ. ບັນດາເປົ້າໝາຍຖືກບຸກໂຈມຕີຢູ່ ຊີຣີ ລວມມີ: ເຂດທະຫານປະສົມຂຶ້ນກັບກອງພົນ 4, ບັນດາສະຖານທີ່ ຣາດາ ແລະ ກຳລັງປຶນໃຫຍ່ຂອງກອງທັບ ຊີຣີ. ກຳລັງປ້ອງກັນອາກາດຊີຣີ ໄດ້ຍິງສະກັດກັ້ນລູກສອນໄຟຕົກຈຳນວນໜຶ່ງ. ການບຸກໂຈມຕີຂອງ ອິດສະຣາແອນ ໄດ້ກໍ່ໃຫ້ເກີດຄວາມເສຍຫາຍດ້ານວັດຖຸໃຫ້ແກ່ ຊີຣີ.

        ທາງຝ່າຍ ອິດສະຣາແອນ ໃຫ້ຮູ້ວ່າ: ບັນດາການບຸກໂຈມຕີ ດ້ວຍເຮືອບິນບໍ່ມີຄົນຂັບຂອງປະເທດນີ້ແມ່ນເພື່ອແນໃສ່ໂຕ້ຕອບບັນດາການບຸກໂຈມຕີຈາກ ຊີຣີ ແນໃສ່ອິດສະຣາແອນ ໃນອາທິດກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ