ຊີ​ຣີ ຢັ້ງ​ຢືນ​ມີ​ແຮງ​ສັ່ນ​ສະ​ເທືອນຂອງ​ແຜ່ນ​ດິນ​ໄຫວ​ຂະ​ໜາ​ດ​ໃຫຍ່ເກີດ​ຂຶ້ນຢ່າງ​ຕໍ່​ເນື່ອງ​ຢູ່​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ

(VOVWORLD) - ຕອນຄ່ຳວັນທີ 16 ກຸມພາ, ມີແຮງສັ່ນສະເທືອນຂອງແຜ່ນດິນໄຫວ ດ້ວຍຄວາມແຮງ 5,4 ຣິກເຕີ ໄດ້ເກີດຂຶ້ນຢູ່ແຂວງ Idlib, ພາກຕາເວັນຕົກສ່ຽງເໜືອ ຊີຣີ. ຈຸດໃຈກາງຂອງເຫດແຜ່ນດິນໄຫວດັ່ງກ່າວແມ່ນຢູ່ຫ່າງຈາກນະຄອນ Idlib, ເມືອງເອກຂອງແຂວງ 61 Km.
ຊີ​ຣີ ຢັ້ງ​ຢືນ​ມີ​ແຮງ​ສັ່ນ​ສະ​ເທືອນຂອງ​ແຜ່ນ​ດິນ​ໄຫວ​ຂະ​ໜາ​ດ​ໃຫຍ່ເກີດ​ຂຶ້ນຢ່າງ​ຕໍ່​ເນື່ອງ​ຢູ່​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ - ảnh 1ສະພາບການຢູ່  Aleppo, ຊີຣີ ໃນວັນທີ 8/2/2023 ພາຍຫຼັງເກີດແຜ່ນດິນໄຫວ (ພາບ: THX/TTXVN)

ຢູ່ນະຄອນຫຼວງ Damascus ຂອງ ຊີຣີ ແລະ ແຂວງພາກເໜືອ Aleppo ກໍຮູ້ສຶກໄດ້ແຮງສັ່ນສະເທືອນດັ່ງກ່າວ. ຖັດຈາກນັ້ນ, ມີແຮງສັ່ນສະເທືອນແຜ່ນດິນໄຫວອື່ນ ທີ່ມີຄວາມແຮງ 3,4 ຣິກເຕີ ເກີດຂຶ້ນຢູ່ແຂວງແຄມທະເລ Latakia, ພາກຕາເວັນຕົກສ່ຽງເໜືອຂອງປະເທດນີ້.  ຈຸດໃຈກາງຂອງແຜ່ນດິນໄຫວນີ້ ມີຄວາມເລິກ 46 Km ແລະ ຫ່າງຈາກນະຄອນ Latakia - ເມືອງເອກຂອງແຂວງ ປະມານ 50 Km. ປັດຈຸບັນ, ຍັງບໍ່ທັນມີຂໍ້ມູນຄວາມເສຍຫາຍກ່ຽວກັບຜູ້ຊົນ.

        ພາກຕາເວັນຕົກສ່ຽງເໜືອ ຊີຣີ ແມ່ນເຂດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກເຫດແຜ່ນດິນໄຫວທີ່ມີຄວາມແຮງ 7,8 ຣິກເຕີ ແລະ ຕໍ່ຈາກນັ້ນແມ່ນແຮງສັ່ນສະເທືືອນຂອງແຜ່ນດິນໄຫວທີ່ເກີດຂຶ້ນຢູ່ພາກໃຕ້ ຕວກກີ ໃນວັນທີ 6 ກຸມພາ.


ຕອບກັບ

ຂ່າວ/ບົດ​ອື່ນ