ຊີຣີ ສະໜັບສະໜູນ ICRC ໂດຍບໍ່ລຳອຽງ ແລະ ເອກະລາດ

ຊີຣີ ສະໜັບສະໜູນ ICRC ໂດຍບໍ່ລຳອຽງ ແລະ ເອກະລາດ - ảnh 1

ປະທານ ICRC  ແລະ ປະທານາທິບໍດີ al-Assad ພົບປະກັນຢູ່ Damascus (ພາບ : Reuters)

Vovworld- ສະຖານີ​ໂທລະພາບ​ແຫ່ງ​ຊາດ​ຊີຣີ​ໃຫ້​ຂ່າວ​ເມື່ອ​ວັນ​ທີ 4/9 ວ່າ ​ໃນ​ການ​ຕ້ອນຮັບປະທານ​ຄະນະ​ກຳມະການ​ສະພາກາ​ແດງ​ສາກົນ ICRC ທ່ານ Peter Maurer ຊຶ່ງ​ພວມ​ຢ້ຽມຢາມ Damascus, ທ່ານ​ປະທານາທິບໍດີ ຊີຣີ Bashar al-Asaad ຖະ​ແຫຼ​ງສະໜັບສະໜູນ​ວຽກ​ງານ​ຂອງ ICRC ຢູ່​ປະ​ເທດ​ນີ້ ຕາບ​ໃດ​ທີ່ ICRC​ ຍັງ​ຄົງສືບ​ຕໍ່​ແມ່ນອົງການ “ ບໍ່​ລຳອຽງ ​ແລະ ​ເອກະລາດ ” . ທ່ານ​ປະທານາທິບໍດີ ຊີຣີ Bashar al-Asaad ຊົມ​​ເຊີຍ​ບັນດາ​ບັ້ນ​ເຄື່ອນ​ໄຫວ​ຊ່ວຍ​ບັນ​ເທົາ​ທຸກ​ຊຶ່ງ ICRC ປະຕິບັດຢູ່ ຊີຣີ​ໃນ​ຂະນະ​ທີ່ປະທານ​ຄະນະ​ກຳມະການ​ສະພາ ກາ​ແດງ​ສາກົນ ICRC ທ່ານ Peter Maurer ຊົມ​ເຊີຍ​ການ​ຮ່ວມ​ມື​ທີ່​ລັດຖະບານ ຊີຣີ​ໄດ້​ປະຕິບັດ . ຄາດ​ວ່າ​ໃນ​ການ​ຢ້ຽ​ມຢາ​ມຊີຣີ​ເປັນ​ເວລາ 3 ວັນ​, ນອກຈາກ​ການ​ເຈລະຈາ​ກັບທ່ານ​ປະທານາທິບໍດີ ຊີຣີ Bashar al-Asaad ນັ້ນ, ທ່ານປະທານ​ຄະນະ​ກຳມະການ​ສະພາກາ​ແດງ​ສາກົນ ICRC Peter Maurer ຈະມີການພົບປະກັບລັດຖະມົນຕີການຕ່າງປະເທດຊີຣີ, ລັດຖະມົນ ຕີກະຊວງ ສາທາລະນະສຸກ, ລັດຖະມົນຕີກະຊວງໄກ່ເກ່ຍປອງດອງຊາດຊີຣີ. ບັນດາການ ພົບປະຈະເລັ່ງໃສ່ ສະພາບການມະນຸດສະທຳ ທີ່ນັບມື້ນັບຊົ່ວຮ້າຍລົງ ຢູ່ຊີຣີ, ບັນດາຄວາມຫຍຸ້ງຍາກຊຶ່ງ ICRC ຕ້ອງປະເຊີນ ໜ້າ ແລະ ອື່ນໆ.

 

 

 

 

 

ຂ່າວ/ບົດ​ອື່ນ