ຊີຣີ: ຫຼາຍຄົນເສຍຊີວິດໃນເຫດວາງລະເບີດຢູ່ Raqqa

(VOVWORLD) -ວັນທີ 09 ເມສາ, ເກີດເຫດວາງລະເບີດ 2 ຄັ້ງຢ່າງລຽນຕິດໃນງານລ້ຽງຢູ່ນະຄອນ Raqqa, ທາງພາກເໜືອຊີຣີ, ເຮັດໃຫ້ 13 ຄົນເສຍຊີວິດ.

ຊີຣີ: ຫຼາຍຄົນເສຍຊີວິດໃນເຫດວາງລະເບີດຢູ່ Raqqa - ảnh 1 ຫຼາຍຄົນເສຍຊີວິດໃນເຫດວາງລະເບີດຢູ່ Raqqa

( ພາບ: AFP/VNA)

ເຫດວາງລະເບີດດັ່ງກ່າວເກີດຂຶ້ນຢູ່ໃກ້ກັບເຂດຕັ້ງຖິ່ນຖານຂອງກຳລັງປະຊາທິປະໄຕຊີຣີ (SDF), ກຸ່ມປະກອບອາວຸດໂດຍຊາວ Kurd ນຳໜ້າເຊິ່ງໄດ້ຮັບການໜູນຫຼັງຈາກອາເມລິກາ ຢູ່ຊີຣີ. ຕາມອົງການຕິດຕາມສິດທິມະນຸດຊີຣີ (SOHR) ແລ້ວ, ມີລະເບີດລູກຖືກຫ້າງໄວ້ໃນລົດໃຫຍ່ ແລະ ອີກວັດຖຸລະເບີດເຄື່ອງໜຶ່ງແຕກຢູ່ຖະໜົນມີຄົນທຽວໄປມາຢ່າງໜາແໜ້ນຢູ່ Raqqa, ເຮັດໃຫ້ສາມັນຊົນ 9 ຄົນ ແລະ ມືປືນ SDF 4 ຄົນເສຍຊີວິດ. Raqqa ເຄີຍແມ່ນເຮືອນຮັງຂອງອົງການ IS ແລະ ນັບແຕ່ປີ 2017 ແມ່ນຢູ່ໃຕ້ບັງຄັບບັນຊາຂອງ SDF. ປະຈຸບັນ, ຍັງບໍ່ທັນມີອົງການໃດອອກມາກ່າວຮັບຜິດຊອບເຫດວາງລະເບີດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ