ຊີຣີ ໃຫ້ຄຳໝັ້ນສັນຍາກ່ຽວກັບ ການພົວພັນຖານບ້ານໃກ້ເຮືອນຄຽງ ກັບຕວກກີ

ຊີຣີ ໃຫ້ຄຳໝັ້ນສັນຍາກ່ຽວກັບ ການພົວພັນຖານບ້ານໃກ້ເຮືອນຄຽງ ກັບຕວກກີ - ảnh 1

ປະ​ເທດ​ຕວກກີ

(ພາບ:vnschool.net)​

( vovworld ) –  ກອງທັບ​ອາກາດ​ຊີຣີ ​ໄດ້​ມີ​ປະຕິກິລິຍາ​ໃນ​ທັນ​ທີ ຂະນະ​ທີ່​ເຮືອບິນ​ລຳ​ໜື່ງຂອງ​ຕວກກີ ​ທີ່ບິນ​ໃນ​ເຂດ​ນ່ານຟ້າ​ຂອງ​ຊີຣີ ຍ້ອນ​ວ່າ ນີ້​ແມ່ນການລະ​ເມີດ​ອະທິປະ​ໄຕ​ຂອງ​ຊີຣີ ຢ່າງ​ຈະ​ແຈ້ງ. ວັນ​ທີ 25/6, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຊີຣີ Jihad Makdissi ​ໃຫ້​ຮູ້​ວ່າ: ​ເຮືອບິນ Phantom F4 ຂອງ​ຕວກກີ ຖືກຍິງ​ຕົກດ້ວຍ​ປືນ​ຍິງຍົນ​​. ທ່ານ​ກໍ່​ຖື​ວ່າ, ບໍ່​ທັນ​ສາມາດ​ເວົ້າ​ໄດ້​ວ່າ ​ເຫດການ​ດັ່ງກ່າວ​ຈະ​ສົ່ງ​ຜົນ​ສະທ້ອນ​ຄື​ແນວ​ໃດ​​ເຖິງ​ສາຍ​ພົວພັນ​ລະຫວ່າງສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ເຄີຍ ເປັນ​ພັນທະ​ມິດ ​ແລະ ຢືນຢັນ​ວ່າ ຊີຣີ ຍັງ​ໃຫ້​ຄຳໝັ້ນສັນຍາ​ຈະ​ຮັກສາ​ສາຍ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງກັບ​ຕວກກີ ​ໄວ້​ຄື​ເກົ່າ.

   ​ໃນ​ວັນ​ດຽວ​ກັນ, ກະຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ​ ໄດ້​ອອກ​ຖະ​ແຫຼ​ງການ​ຮຽກຮ້ອງ​​ໃຫ້ນາ​ໂຕ ບໍ່​​ໄດ້ໃຫ້​ສະພາບ​ການຢູ່​ຊີຣີ ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ສຳນັກ​ຂ່າວສານ Ria Novosti ຂອງ​ລັດ​ເຊຍ ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າຂອງ​ທ່ານ Alexander Glushko ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ໂດຍ​ໃຫ້​ຮູ້​ວ່າ ຄວາມ​ເຄັ່ງຕຶງຢູ່​ຊີຣີ ອາດ​ຈະ​ປີ້ນ​ຂັ້ນ​ໃດ.

   ກ່ຽວຂ້ອງ​ເຖິງ​ຊີຣີ, ຍັງ​ມີ​ຂ່າວ​ໃຫ້​ຮູ້​ວ່າ, ວັນ​ທີ 25/6, ບັນດາ​ທ່ານ​ລັດຖະ​ມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ສະຫະພາບ​ເອີ​ລົບ ​ໄດ້​ກ່າວ​ປະນາມ​ເລື່ອງ​ຊີຣີ ຍິງ​ເຮືອບິນ​ສອດ​ແນມ​ຂອງ​ຕວກກີ ຕົກ ​ແລະ ປະກາດ​ວ່າ, ສະຫະພາບ​ເອີ​ລົບ ຈະ​ເພີ່ມ​ທະວີ​ການ​ລົງ​ໂທດ ​ເພື່ອ​ແນ​ໃສ່​ກໍ່​ກຳລັງ​ດັນ​ຕໍ່​ປະທານາທິບໍດີ​ຊີຣີ Bashar al Assad.

ຂ່າວ/ບົດ​ອື່ນ