ຊີຣີ ໄດ້ຮ້ອງຟ້ອງຕໍ່ ສ.ປ.ຊ ກ່ຽວກັບການກະທຳຜິດກົດໝາຍຂອງທະຫານປະສົມໂດຍ ອາເມລິກາ ນຳໜ້າ

(VOVWORLD) - ສື່ມວນຊົນແຫ່ງລັດ ຊີຣີ ໃນວັນທີ 02 ພຶດສະພາ ໃຫ້ຂ່າວວ່າ ກະຊວງການຕ່າງປະເທດຂອງປະເທດນີ້
 

 ໄດ້ສົ່ງໃບໜັງສືຮ້ອງຟ້ອງເຖິງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກໍ່ຄືສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບເຫດບຸກໂຈມຕີທາງອາກາດຄັ້ງຫຼ້າສຸດຂອງທະຫານປະສົມໂດຍ ອາເມລິກາ ນຳໜ້າ ທີ່ແນໃສ່ບັນດາເປົ້າໝາຍຢູ່ໃກ້ກັບນະຄອນ Hasakah ທາງທິດຕາເວັນອອກສ່ຽງເໜືອ ຊີຣີ.

        ເນື້ອໃນໃບຮ້ອງຟ້ອງ, ຊີຣີ ເນັ້ນໜັກວ່າ ເລື່ອງທະຫານປະສົມສາກົນໂດຍ ອາເມລິກາ ນຳໜ້າ ສືບຕໍ່ບຸກໂຈມຕີທາງອາກາດເລັ່ງໃສ່ເປົ້າໝາຍເປັນສາມັນຊົນ ແມ່ນແນໃສ່ທຳລາຍອຳນາດອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຊີຣີ ແລະ ແກ່ຍາວວິກິດການຢູ່ປະເທດນີ້. ອຳນາດການປົກຄອງ Damascus ກໍ່ກ່າວຫາ ວໍຊິງຕັນວ່າ “ສົມຮູ້ຮ່ວມຄິດແບບມີລະບົບ” ໃຫ້ພວກກະບົດແຕກທັບຂອງອົງການລັດອິດສະລາມ (IS)

        ກະຊວງການຕ່າງປະເທດ ຊີຣີ ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດມີການກະທຳ, ມີຄວາມຮັບຜິດຊອບຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ພ້ອມທັງ ສະກັດກັ້ນບັນດາການກະທຳຂອງທະຫານປະສົມ ໂດຍອາເມລິກາ ນຳໜ້າ ເຊິ່ງ Damacus ກ່າວຫາວ່າ ແມ່ນ “ໂທດກຳສົງຄາມ ແລະ ຕ້ານຄືນມວນມະນຸດ”, ກໍ່ຄືຢຸດຕິ “ການມີໜ້າຢ່າງຜິດກົດໝາຍ” ຂອງທະຫານປະສົມນີ້ ໃນຜືນແຜ່ນດິນ ຊີຣີ.


ຕອບກັບ

ຂ່າວ/ບົດ​ອື່ນ