ຊີຣີຈະໂຕ້ຕອບໂດຍທັນທີ່ ຖ້າອິດສະຣາແອນດຳເນີນການ ບຸກໂຈມຕີຄັ້ງໃໝ່

ຊີຣີຈະໂຕ້ຕອບໂດຍທັນທີ່ ຖ້າອິດສະຣາແອນດຳເນີນການ ບຸກໂຈມຕີຄັ້ງໃໝ່ - ảnh 1

ການ​ບຸກ​ໂຈມ​ຕີຄັ້ງໜຶ່ງ​ຂອງອິດສະຣາແອນ​ເຂົ້າຊີຣີ

(ພາບ: Fox News))

(vovworld)- ​​​ວັນ​ທີ 9/5, ທ່ານລັດຖະມົນຕີການຕ່າງປະເທດຊີຣີ Faisal Muqdad ປະກາດ​ວ່າ: ປະ​ເທດ​ນີ້​ຈະ​ໂຕ້​ຕອບ​ໂດຍ​ທັນ​ທີ່ ຕໍ່​ບໍ່​ວ່າການ​ບຸກ​ໂຈມ​ຕີ​ໃໝ່​ຄັ້ງ​ໃດ​ຂອງ​ອິດສະຣາ​ແອນ ​ເຂົ້າ​ເຂດດິນ​ແດນ​ຊີຣີ, ພາຍຫຼັງ​ທີ່​ອິດສະຣາ​ແອນ ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ສອງ​ຄັ້ງ​ເມື່ອ​ອາ​ທິດ​ກ່ອນ. ອິດສະຣາ​ແອນ ຢັ້ງຢືນ​ວ່າ: ບັນດາ​ການ​ກະທຳ​ດ້ານ​ການ​ທະຫານ​ນີ້​ບໍ່​ແມ່ນ​ເພື່ອ​ແນ​ໃສ່​ກະທົບ​ເຖິງ​ເສິກ​ກາງ​ເມືອງ​ຢູ່​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ຫາກ​ພຽງ​ແຕ່​ເພື່ອ​ແນ​ໃສ່​ສະກັດ​ກັ້ນບັນດາ​ລູກ​ສອນ​ໄຟ​ຂອງ​ອີຣານ ​ເທົ່າ​ນັ້ນ.

   ກ່ຽວ​ກັບ​ຊີຣີ ຍັງ​ມີ​ຂ່າວ​ໃຫ້​ຮູ້​ວ່າ, ວັນ​ທີ 8/5, ທ່ານ​ເລຂາທິການ​ໃຫ່ຍສະຫະພັນ​ອາຣັບ Nabil al Arabi ​ໃຫ້​ຮູ້​ວ່າ ອົງການ​ນີ້​ຕີ​ລາຄາ​ສູງ​ເລື່ອງ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ປະລະ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ມາດ​ຕະການ​ດ້ານ​ການ​ເມືອງ​ໃຫ້​ແກ່​ວິ​ກິດ​ການ​ຢູ່​ຊີຣີ ຕາມ​ຂໍ້​ຕົກລົງ​ເຊີ​ແນວ. ນີ້​ແມ່ນ​ການ​ກະທຳ​ອັນຕັ້ງໜ້າ, ​ເພື່ອ​ຊຸກຍູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສາກົນ ​ແລະ ພາກ​ພື້ນ ​ແນ​ໃສ່​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຢູ່​ກອງ​ປະຊຸມ​ເຊີ​ແນວ ​ເມືອ​​ເດືອນ 6/2012. ທ່ານ Nabil al Arabi ຍັງ​ຮຽກຮ້ອງ​ໃຫ້​ກຳລັງ​ຝ່າຍ​ຄ້ານ​ຊີຣີ ຈົ່ງ​ຕອບ​ຄືນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ເພື່ອ​ບັນລຸ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ການ​ສ້າງຕັ້ງລັດຖະບານ​ມອບ​ໂອນ.

ຂ່າວ/ບົດ​ອື່ນ