ຊີຣີຕໍ່ກຳນົດເວລາໃຫ້“ກົນໄກຢຸດຍິງ“ຢູ່ອ້ອມDamascusຕື່ມອີກ48ຊົ່ວໂມງ

ຊີຣີຕໍ່ກຳນົດເວລາໃຫ້“ກົນໄກຢຸດຍິງ“ຢູ່ອ້ອມDamascusຕື່ມອີກ48ຊົ່ວໂມງ - ảnh 1
ຜູ້ປະສົບເຄາະຮ້າຍໃນການບຸກໂຈມຕີທາງອາກາດຢູ່ Al-Qatarji ຢູ່ Aleppo
(ພາບ: AFP/TTXVN)

(vovworld) - ວັນ​ທີ 2/5, ​ໂທລະພາບ​ແຫ່ງ​ຊາດ ຊີຣີ ​ໄດ້​ຄັດ​ສະ​ເໜີ​ແຈ້ງ​ການ​ຂອງ​ກອງທັບ​ປະ​ເທດ​ນີ້​ໂດຍ​ຖື​ວ່າ, ຄະນະ​ນຳ ຊີຣີ ​ແລະ ຝ່າຍ​ຄ້ານ​ຂອງ​ສອງ​ປະ​ເທດ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ໄດ້​ເຫັນ​ດີຕໍ່​ກຳນົດ​ເວລາ​ໃຫ້“ກົນ​ໄກ​ຢຸດ​ຍິງ“ຢູ່​ເຂັດ Ghouta ຕາ​ເວັນ​ອອກ, ຊານ​ນະຄອນຫຼວງ Damascus ຕື່ມ​ອີກ 48 ​ຊົ່ວ​ໂມງ ​ເຖິງ 1​ໂມງຂອງ​ວັນ​ທີ 4/5 (ຕາມ​ເວລາ​ທ້ອງ​ຖີ່​ນ). ນີ້​ແມ່ນ​ເທື່ອ​ທີ 2 ທີ່​ກົນ​ໄກ​ນີ້​ໄດ້​ຮັບ​ການ​ຕໍ່​ກຳນົດ​ເວລາ. ກ່ອນ​ໜ້າ​ນັ້ນ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ໄດ້​ເຫັນ​ດີ​ຕໍ່​ກົນ​ໄກ​ຢຸດ​ຍິງ​ຢູ່ ຊີຣີ ​ແຕ່​ກາງຄືນ​ວັນ​ທີ 29/4. ​ເຖິງ​ວ່າຍອມຮັບ​ວ່າ ສະພາບ​ການ​ປະ​ທະ​ກັນ​ຢູ່ Aleppo ​ແມ່ນ​ບໍ່​ອາດ​ຮັບ​ຮູ້​ໄດ້ ​ແລະ ​ເປັນ​ໜ້າ​ວິຕົກ​ກັງວົນ​ກໍ່ຕາມ, ​ແຕ່ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ຍັງ​ບໍ່​ທັນ​ສ້າງ​ຕັ້ງ​ຂໍ້​ຕົກລົງ​ຢຸດ​ຍິງ​ຢູ່​ເຂດ​ນີ້​ໄດ້​ເທື່ອ.

 

ຂ່າວ/ບົດ​ອື່ນ