ຊີຣີສົ່ງແຜນການທຳລາຍ ອາວຸດເຄມີກ່ອນກຳນົດ ເວລາ

ຊີຣີສົ່ງແຜນການທຳລາຍ ອາວຸດເຄມີກ່ອນກຳນົດ ເວລາ - ảnh 1
 (ພາບ: AFP/TTXVN)

(vovworld)-​​​​ ​ ​ ວັນ​ທີ 27/10,  ອົງການ​ຫ້າມ​ອາວຸດ​ເຄມີ (OPCW) ​ໃຫ້​ຮູ້​ວ່າ, ຊີຣີ ​ໄດ້​ສົ່ງ​ແຜນການ​ລະອຽດ​ກ່ຽວ​ກັບການ​ທຳລາຍ​ອາວຸດ​ເຄມີ​ຂອງ​ປະ​ເທດ​ນີ້, ຕາມ​ຂໍ້​ຕົກລົງ​ລະຫວ່າງ​ລັດ​ເຊຍ-​ອາ​ເມ​ລິ​ກາ ​ເພື່ອ​ແນ​ໃສ່​ຢຸດຕິ​ບັນດາ​ການ​ບຸກ​ໂຈມ​ຕີ​ດ້ານ​ການ​ທະຫານ​ເຂົ້າຊີຣີ. ​ແຜນການ​ກ່ຽວ​ກັບ​ໂຄງການ​ອາວຸດ​ເຄມີ​ຂອງ Damacus ຖືກ​ຍື່ນ​ສະ​ເໜີ​ກ່ອນ​ 3 ວັນ​ເມື​ອ່ທຽບກັບ​ການ​ກຳນົດ​ເວລາ. ສະພາ​ບໍລິຫານ OPCW ຈະ​ຕົກລົງ​ລະດັບຄວາມ​ໄວ​ໃນການ​ທຳລາຍ​ອາວຸດ​ເຄມີຂອງ​ຊີຣີ ກ່ອນ​ວັນ​ທີ 15/11.

   ອົງການ​ນີ້​ກໍ່ຮັບຜິດຊອບ​ການ​ຕິດຕາມ​ກວດກາ​ການ​ທຳລາຍ​ອາວຸດ​ເຄມີ​ປະ​ເພດ​ຕ່າງໆ​ຂອງ​ຊີຣີ ຊື່​ງຄາດ​ວ່າ​ຈະ​ສຳ​ເລັດ​ກ່ອນກາງ​ປີ 2014 ຕາມ​ມະຕິ​ໂດຍ ສປຊ ຮັບຮອງ​ເອົາ​ເມື​ອ່ທ້າຍ​ເດືອນ 9/2013 ຜ່ານ​ມາ.

 

ຂ່າວ/ບົດ​ອື່ນ