ຊີຣີສະໜອງຂໍ້ມູນ ລະອຽດກ່ຽວກັບສາງ ອາວຸດເຄມີ

ຊີຣີສະໜອງຂໍ້ມູນ ລະອຽດກ່ຽວກັບສາງ ອາວຸດເຄມີ - ảnh 1
(ພາບ: Vietnamplus.vn)

 (vovworld)-​​​​ ​ ​ ອົງການຫ້າມ​ອາວຸດ​​ເຄມີ ຊື່​ງ​ແມ່ນ​ອົງການ​ມີໜ້າ​ທີ່​ທຳລາຍ​ອາວຸດ​ເຄມີ​ຢູ່​ຊີຣີ ​ໃຫ້​ຮູ້​ວ່າ ອຳນາດ​ການ​ປົກຄອງ Damacus ​ໄດ້​ເພີ່ມ​ເຕີມ​ຂໍ້​ມູນ​ຂ່າວ​ກ່ຽວຂ້ອງ​ເຖິງ​​ໂຄງການອາວຸດ​ເຄມີ​ຂອງ​ປະ​ເທດ​ນີ້. ກ່ອນ​ໜ້ານັ້ນ, ວັນ​ທີ 1/10, ບັນດາ​ນັກ​ສັງ​ເກດ​ການ​ຂອງອົງການຫ້າມ​ອາວຸດ​​ເຄມີ ກໍ່​ໄປ​ເຖິງ​ຊີຣີ ​ແລະ ​ເຂົ້າຮ່ວມ​ການ​ປະຊຸມ​ກັບ​ບັນດາ​ເຈົ້າໜ້າ​ທີ​ປະ​ເທດ​ນີ້ ​ແລະ ວຽກ​ງານ​ຂ​ອງ​ເຂົາ​ເຈົ້າກໍ່​ມີ​ບັນດາ​ຄວາມ​ຄຶບໜ້າ​ໃນ​ເບື້ອງ​ຕົ້ນ. ຕາມ​ບັນດາ​ສະມາຊິກ​ກຸ່ມ​ສັງ​ເກດ​ການ​ແລ້ວ, ບັນດາ​ເອກະ​ສານ​ໂດຍ​ລັດຖະບານ​ຊີຣີ ສະໜອງ ອາດ​ຈະ​ມີ​ຄວາມ​ຄຶບໜ້າ ​ແຕ່​ຍັງ​ຕ້ອງ​ດຳ​ເນີນ​ການ​ວິ​ເຄາະ​ເລິກ​ເຊິ່ງກ່ວາ​ອີກ, ພິ​ເສດ​ແມ່ນ​ສຳລັບ​ບາງ​ຂໍ້ສົງ​ໄສ​ຕ້ອງ​​ໄດ້ຮັບ​ການ​ອະທິບາຍ. ບັນດາ​ຜູ້​ຊ່ຽວຊານ​ຫວັງ​ວ່າ​ຈະ​ສາມາດ​ເລີ່​ມຕົ້ນການ​ກວດກາ​ຢູ່​ກັບ​ທີ່​ໃນ​ອາ​ທິດ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ