ຊີຣີແລະອີຣັກເພີ່ມທະວີການຮ່ວມມືຕ້ານກໍ່ການຮ້າຍ

ຊີຣີແລະອີຣັກເພີ່ມທະວີການຮ່ວມມືຕ້ານກໍ່ການຮ້າຍ - ảnh 1
ເທດ​ສະ​ບານ Qayyarah ເມື່ອ​ທະ​ຫານ ອີ​ຣັກ ຍາດ​ໄດ້​ສິດ​ຄວບ​ຄຸມ​ຈາກ​ກຳ​ມື IS
(ພາບ: AFP/TTXVN)

(vovworld) – ວັນ​ທີ 25/8, ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຊີ​ຣີ Walid al – Muallem ມີ​ການ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ​ປະ​ເທດ​ເຈົ້າ​ພາບ Ibrahim al – Jaafari ຢູ່​ນະ​ຄອນຫຼວງ ​ແບັກ​ແດດ ຂອງ ອີ​​ຣັກ ເພື່ອ​ແນ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ບັ້​ນ​ຮົບ​ຕ້ານ​ການກໍ່​ການ​ຮ້າຍ​ເວົ້າ​ລວມ ແລະ ກຳ​ລັງ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ເວົ້າ​ສະ​ເພາະ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຊີ​ຣີ al – Muallem ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ຂອງ Damascus ສຳ​ລັບ ອີ​ຣັກ ໃນ​ບັ້​ນ​ຮົບ​​ຕ້ານ​ການກໍ່​ການ​ຮ້າຍ, ພ້ອມ​ທັງ​ຊົມ​ເຊີຍ​ໄຊ​ຊະ​ນະ​ຂອງກອງ​ທັບ​ປະ​ເທດນີ້​ຢູ່​ນະ​ຄອນ Fallujah. ຄຽງ​ຄູ່​ກັນ​ນັ້ນ, ທ່ານ al – Muallem ໃຫ້​ຮູ້​ວ່າ 2 ຝ່າຍກໍ່​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັ້​ນ​ຮົບ​ຕ້ານ​ການ​ກໍ່​ການ​ຮ້າຍ​ຢູ່​ຊີ​ຣີ. ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣັກ al – Jaafari ສະ​ແດງ​ຄວາມ​ຫວັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຊີ​ຣີ ກໍ່​ຄື​ບັນ​ດາ​ປະ​ເທດ ອາ​ຣັບ ໃນ​ບັ້ນ​ຮົບ​ຕ້ານ​ການກໍ່​ການ​ຮ້າຍ​ຢູ່​ພາກ​ພື້ນ. ຜູ້​ນຳ​ໜ້າ​ຂະ​ແໜງ​ການ​ທູດ ອີ​ຣັກ ຢັ້ງ​ຢືນ​ມາດ​ຕະ​ການ​ດີ​ທີ່​ສຸດ​ເພື່ອ​ຮ​ັບ​ມື​ກັບ​ການກໍ່​ການ​ຮ້າຍ​ແມ່ນ​ເພີ່ມ​ທ​ະ​ວ​ີ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ 2 ປະ​ເທດ, ບໍ່​ພ​ຽງ​ແຕ່​ໃນ​ຂົງ​ເຂດ​ການ​ທະ​ຫານ​ເທົ່າ​ນັ້ນ ຫາກ​ຍັງ​ກ່ຽວ​ກັບ​ດ​້ານ​ເສດ​ຖະ​ກິດ, ການ​ບໍ​ລິ​ການ ແລະ ການ​ທູດ​ອີກ​ດ້ວຍ.


ຂ່າວ/ບົດ​ອື່ນ