ຊ່ວຍບັນເທົາທຸກຢ່າງຮີບດ່ວນເພື່ອແກ້ໄຂຜົນຮ້າຍຈາກໄພແຫ້ງແລ້ງ,ນ້ຳທະເລຊຶມ

ຊ່ວຍບັນເທົາທຸກຢ່າງຮີບດ່ວນເພື່ອແກ້ໄຂຜົນຮ້າຍຈາກໄພແຫ້ງແລ້ງ,ນ້ຳທະເລຊຶມ - ảnh 1
(ພາບປະກອບ)

(vovworld) – ​ ​ ວັນ​ທີ 18/03, ສູນ​ກາງ​ສະພາກາ​ແດງ ຫວຽດນາມ ຕົກລົງ​ຊ່ວຍ​ບັນ​ເທົາ​ທຸກ​ໃນເບື້ອງ​ຕົ້ນ​ຢ່າງຮີບ​ດ່ວນ​ໃຫ້​ແກ່​ປະຊາຊົນ 11 ​ແຂວງ​ພາກ​ກາງ, ​ໄຕ​ງວຽນ ​ແລະ ທົ່ງພຽງ​ແມ່ນ​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດນາມ ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​​ຈາກ​ໄພ​ແຫ້ງ​ແລ້ງ ​ແລະ ນ້ຳ​ທະ​ເລ​ຊຶມ​. ທ່ານ ດ່ວານ​ວັນ​ທ໋າຍ ຮອງ​ປະທານ, ​ເລຂາທິການ​ໃຫຍ່​ສູນ​ກາງສະພາກາ​ແດງ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ເລື່ອງ​ທຳ​ອິດ​ແມ່ນ​ຊ່ວຍ​ບັນ​ເທົາທຸກ​ຢ່າງ​ຮີບ​ດ່ວນ, ຫລັງ​ຈາກ​ນັ້ນ​ຕີ​ລາຄາ​, ສຳ​ຫລວດຕົວ​ຈິງ​ຄວາມຕ້ອງການ ​ແລະ ໜູນ​ຊ່ວຍການ​ທຳ​ມາ​ຫາ​ກິນ​ເພື່ອ​ເງິນ​ລ້ຽງ​ຊີບ​ໃນ​ໄລຍະຟື້ນ​ຟູການ​ດຳລົງ​ຊີວິດ​. ພ້ອມ​ນັ້ນພວກ​ຂ້າພະ​ເຈົ້າ​ໜູນ​ຊ່ວຍ​ນ້ຳ​ດື່ມ​ໃຫ້​ປະຊາຊົນ. ນັບ​ແຕ່​ມື້​ນີ້​​ຮອດ​ວັນ​ທິດ, ນ້ຳ​ດື່ມ​ຂອງ​ສະພາກ​າ​ແດງຈະ​ສົ່ງ​ເຖິງ 1000 ຄອບຄົວ​ຢູ່​ແຕ່ລະ​ແຂວງ​ທີ່​ປະກາດ​ໄພ​ທຳ​ມະ​ຊາດ”.

 


ຂ່າວ/ບົດ​ອື່ນ