ຊ່ວຍເຫຼືອ, ໜູນຊ່ວຍ ບັນດາວິສາຫະກິດກັບຄືນສູ່ສະພາບການຜະລິດ ດຳເນີນທຸລະກິດເປັນປົກກະຕິໂດຍໄວ

ຊ່ວຍເຫຼືອ, ໜູນຊ່ວຍ ບັນດາວິສາຫະກິດກັບຄືນສູ່ສະພາບການຜະລິດ ດຳເນີນທຸລະກິດເປັນປົກກະຕິໂດຍໄວ - ảnh 1
(ພາບປະກອບ: TTXVN)

(vovworld) – ​ໂດຍ​ປະຕິບັດ​ຕາມ​ການ​ຊີ້​ນຳ​ຂອງ​ທ່ານ​ນາຍົກລັ​ດຖະມົນຕີ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມຫວຽດນາມ ​ໄດ້​ປະກາດ​ເອກະສານທີ່​ຝາກ​ເຖິງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ ​ແນະນຳ​ການ​ປະຕິບັດການ​ຊ່ວຍ​ເຫຼືອ, ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​​ແກ້​ໄຂ​ຄວາມ​ເສຍ​ຫາຍ, ກັບ​ຄືນ​ສູ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ໂດຍ​ໄວ. ​ຕາມ​ນັ້ນ​ແລ້ວ, ສຳລັບ​​ເລື່ອງ​ສະ​ເໜີ, ສະໜອງ​ຄົນ​ງານ​ທົດ​​ແທນ, ບັນດາ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ ຈັດຕັ້ງການ​ໂຄສະນາ ​ແນະນຳວຽກ​ເຮັດ​ງານ​ທຳ, ສະໜອງ​ຄົນ​ງານ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ທີ່​ຂາດຄົນ​ງານ​​ເຖິງ​ທ້າຍ​ປີ 2014. ບັນດາ​ພະ​ແນ​ກ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ກໍ່​ສົມທົບ​ກັບ​ບັນດາ​ພະ​ແນກ, ຂະ​ແໜງ​ການ​ເຮັດ​ວຽກ​ກັບ​ແຕ່​ລະວິ​ສາ​ຫະກິດ, ນັກ​ປະມູນ​ເພື່ອ​ມີ​ນະ​ໂຍບາຍ​​ລະອຽດ ​ເພື່ອ​ແນ​ໃສ່​ສົ່ງ​ເສີມ, ດຶງ​ດູດ​ຄົນ​ງານ​ເວົ້າ​ລວມ ​ແລະ ຄົນ​ງານ​ທີ່​ມີ​ເຕັກນິກ​ເວົ້າ​ສະ​ເພາະ ​ເຂົ້າ​ຮັບ​ດຳລົງ​ຕຳ​ແໜ່​ງທີ່ຍັງ​ຂາດ​ເຂີນ.
ຂ່າວ/ບົດ​ອື່ນ