ຊ່ວຍເຫຼືອຊາວອົບພະຍົບເສລີຈາກລາວກັບຄືນມາປະເທດ

ຊ່ວຍເຫຼືອຊາວອົບພະຍົບເສລີຈາກລາວກັບຄືນມາປະເທດ - ảnh 1
(ພາບປະກອບ)

(vovworld) – ​ ນາຍົກລັດຖະມົນຕີ ຫວຽດນາມ ຫາກໍ​ອະນຸມັດ​ຜ່ານ​ແຜນ​ການ “ຈັດ​ລຽງ, ສະຖຽນ​ລະ​ພາບ​ຂອງ​ປະຊາກອນ​ໃຫ້​ຊາວ​ອົບ​ພະຍົບ​ເສລີ​ຈາກ​ປະ​ເທດສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ ລາວ ກັບ​ຄືນ​ມາ​ປະ​ເທດ​”. ​ແຜນ​ການ​ໄດ້​ປະຕິບັດ​ຢູ່ 10 ​ແຂວງ​ທີ່​ມີ​ເສັ້ນ​ຊາຍ​ແດນຕິດ​ກັບ​ ລາວ. ​ໄລຍະ​ເວລາການ​ປະຕິບັດ​​ແຜນ 3 ປີ, ​ແຕ່​ປີ 2016 ​ເຖິງ​ປີ 2018 ​ແລະ ບາງ​ເທື່ອ​ອາດ​ຈະ​ແກ່ຍາວ ຖ້າຫາກວ່າຂໍ້​ຕົກລົງ​ລະຫວ່າງລັດຖະບານ​​ແຫ່ງສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ ​ແລະ ລັດຖະບານ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ ລາວ ກ່ຽວ​ກັບ​ເລື່ອງ​ແກ້​ໄຂ​ບັນຫາ​ຊາວ​ອົບ​ພະຍົບ​ເສລີ, ການ​ສົມລົດ​ຢ່າງ​ບໍ່​ຖືກ​ຕ້ອງຕາ​ມກົດໝາຍ​ໃນ​ເຂດ​ຊາຍ​ແດນ 2 ປະ​ເທດ​ໄດ້​ຕໍ່​ກຳນົດ​ເວລາ. ​ເປົ້າ​ໝາຍ​ແມ່ນ​​ເພື່ອແນ​ໃສ່ຊ່ວຍ​ເຫຼືອ​ໃຫ້​ຊາວ​ອົບ​ພະຍົບ​ຈາກ ລາວ ກັບມາ ຫວຽດນາມ ບໍ່ປະ​ໃຫ້​ອິດ​ຫິວ, ມີ​ບ່ອນຢູ່​ພັກ​ເຊົາຊົ່ວຄາວ ​ແລະ ຮັບປະກັນ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ, ມີ​ເງື່ອນ​ໄຂການ​ດຳລົງ​ຊີວິດ; ໜູນ​ຊ່ວຍ​ບັນດາ​​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ກ່ຽວ​ກັບບ່ອນຢູ່, ທີ່ດິນປຸກ​ສ້າງ​ເຮືອນ​ຢູ່, ທີ່ດິນ​ທຳ​ການຜະລິດ; ​ໃຫ້ກູ້​ຢືມ​ທຶນ, ຮຽນ​ວິຊາ​ຊີບ​ຕ່າງໆ.​ ເປົ້າໝາຍທີ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ແມ່ນ​ຄອບຄົວ​ອົບ​ພະຍົບ​ເສລີ​ໃນ​ເຂດ​ຊາຍ​ແດນ ຫວຽດນາມ - ລາວ ກ່ອນ​ວັນ​ທີ 8/7/2013 ​ໂດຍ​ລັດຖະບານ ສປຊ ລາວ ມອບສົ່ງ​ຄືນ ​ແລະ ລັດຖະບານປະ​ເທດ​ ສສ ຫວຽດນາມ ຕ້ອນຮັບ.

ຂ່າວ/ບົດ​ອື່ນ